\v 3 ເສົາອາເຊຣາທັງຫລາຍໄດ້ຕັ້ງຢູ່ເທິງພູເຂົາ ຂອງເຮົາທີ່ແຖວຊົນນະບົດທີ່ຢູ່ກາງທົ່ງກວ້າງ. ບັນດາສິ່ງຂອງ ແລະຊັບສົມບັດທຸກຢ່າງຂອງພວກເຈົ້າ ເຮົາຈະແຈກຈ່າຍໄປເປັນເຄື່ອງປຸ້ນ, ພ້ອມດ້ວຍ ປູຊະນີຍະສະຖານສູງທັງຫລາຍຂອງພວກເຈົ້າ, ເພາະເຫດແຫ່ງຄວາມບາບທີ່ພວກເຈົ້າໄດ້ເຮັດ ຕະຫລອດທົ່ວແຜ່ນດິນຂອງພວກເຈົ້າ. \v 4 ເຈົ້າຈະຕ້ອງປ່ອຍສູນເສຍມໍຣະດົກຊຶ່ງເຮົາໄດ້ຍົກໃຫ້ແກ່ພວກເຈົ້າ. ເຮົາຈະເຮັດໃຫ້ພວກເຈົ້າບົວລະບັດສັດຕູຂອງພວກເຈົ້າໃນແຜ່ນດິນຊຶ່ງພວກເຈົ້າບໍ່ຮູ້ຈັກ, ພວກເຈົ້າກໍ່ໄຟແຫ່ງຄວາມຮ້າຍຂຶ້ນຊຶ່ງຈະໄຫມ້ຢູ່ເປັນນິດ.”