\v 15 ຈົ່ງຟັງແລະຕັ້ງໃຈຟັງ. ຢ່າອວດດີໄປເລີຍ, ເພາະພຣະຢາເວຊົງໃຫ້ພຣະຄຳເວົ້າແລ້ວ. \v 16 ຈົ່ງຖວາຍສະຫງ່າລາສີແກ່ພຣະຢາເວພຣະເຈົ້າຂອງພວກເຈົ້າທັງຫລາຍ ກ່ອນທີ່ພຣະອົງຈະຊົງນຳຄວາມມືດມາ, ກ່ອນທີ່ຕີນຂອງພວກເຈົ້າຈະສະດຸດ ເທິງພູເຂົາທີ່ມີແສງສະລົວ. ແລະຂະນະເມື່ອພວກເຈົ້າທັງຫລາຍຊອກຫາຄວາມສະຫວ່າງ ແຕ່ພຣະອົງຊົງກັບໃຫ້ເປັນຄວາມມືດມິດ, ເປັນເມກມືດທຶບ. \v 17 ດັ່ງນັ້ນຖ້າພວກເຈົ້າບໍ່ຟັງ, ເຮົາຈະຮ້ອງໄຫ້ແຕ່ພຽງລຳພັງ ເພາະຄວາມອວດອົ່ງທະນົງຕົວຂອງພວກເຈົ້າ. ດວງຕາຂອງຂ້ານ້ອຍຈະຮ້ອງໄຫ້ຢ່າງຫນັກ ແລະມີນ້ຳຕາອາບຫນ້າ, ເພາະຝູງແກະຂອງພຣະຢາເວຖືກຕ້ອນເອົາໄປເປັນຊະເລີຍ.