Sun Nov 10 2019 07:23:01 GMT+0700 (SE Asia Standard Time)

This commit is contained in:
BounphengThammavong 2019-11-10 07:23:02 +07:00
parent a58bfc56a9
commit d5a4c3e277
5 changed files with 9 additions and 1 deletions

1
40/03.txt Normal file
View File

@ -0,0 +1 @@
\v 3 ດັ່ງນັ້ນພຣະຢາເວຊົງເຮັດໃຫ້ເປັນໄປ. ພຣະອົງຊົງກະທຳຕາມທີ່ພຣະອົງກ່າວໄວ້ແລ້ວ, ເນື່ອງຈາກພວກທ່ານທັງຫລາຍໄດ້ເຮັດບາບຕໍ່ພຣະຢາເວ ແລະບໍ່ເຊື່ອຟັງພຣະສຸລະສຽງຂອງພຣະອົງ ສິ່ງນີ້ຈຶ່ງໄດ້ເປັນມາເຫນືອພວກທ່ານ. \v 4 ເບິ່ງແມ, ມື້ນີ້ຂ້ານ້ອຍປ່ອຍທ່ານຈາກໂສ້ທີ່ມືຂອງທ່ານ. ແຕ່ຖ້າທ່ານຍິນດີທີ່ຈະມາຍັງນະຄອນບາບີໂລນກັບຂ້ານ້ອຍ, ກໍຈົ່ງມາເຖີດ, ຂ້ານ້ອຍຈະເບິ່ງແຍງທ່ານໃຫ້ດີ. ແຕ່ຖ້າທ່ານບໍ່ເຫັນພ້ອມທີ່ຈະມາຍັງນະຄອນບາບີໂລນກັບຂ້ານ້ອຍ, ກໍຢ່າມາ. ເບິ່ງແມ, ແຜ່ນດິນທັງຫມົດນີ້ຢູ່ຕໍ່ຫນ້າທ່ານ, ທ່ານຈະໄປທີ່ໃດກໍໄດ້ຕາມແຕ່ທ່ານເຫັນດີເຫັນງາມທີ່ຈະໄປ.”

1
40/05.txt Normal file
View File

@ -0,0 +1 @@
\v 5 ຂະນະເມື່ອເຢເຣມີຢາຍັງບໍ່ໄປເທື່ອ, ເນບູຊາຣາດານໄດ້ກ່າວວ່າ, “ຈົ່ງກັບໄປຫາເກດາລີຢາລູກຊາຍອາຮີກາມ, ຜູ້ເປັນລູກຊາຍຊາຟານ ຜູ້ຊຶ່ງກະສັດແຫ່ງບາບີໂລນໄດ້ແຕ່ງຕັ້ງໃຫ້ເປັນຜູ້ຮັບຜິດຊອບບັນດາຫົວເມືອງຕ່າງໆ ຂອງຢູດາ. ຈົ່ງຢູ່ກັບລາວທ່າມກາງປະຊາຊົນ ຫລື ຈະໄປບ່ອນໃດທີ່ທ່ານເຫັນດີຈະໄປກໍໄດ້.” ຜູ້ບັນຊາການທະຫານຮັກສາພະອົງຈຶ່ງສັ່ງອະນຸມັດສະບຽງ, ແລະໃຫ້ຂອງຂວັນແກ່ເຢເຣມີຢາ ແລ້ວກໍປ່ອຍເພິ່ນໄປ. \v 6 ດັ່ງນັ້ນເຢເຣມີຢາກໍໄປຫາເກດາລີຢາ ລູກຊາຍອາຮີກາມ, ທີ່ມິດຊະປາ. ເພີ່ນໄດ້ອາໄສຢູ່ກັບລາວທ່າມກາງປະຊາຊົນ ຊຶ່ງເຫລືອຢູ່ໃນແຜ່ນດິນນັ້ນ.

1
40/07.txt Normal file
View File

@ -0,0 +1 @@
\v 7 ເມື່ອບັນດາຫົວຫນ້າຂອງກອງທະຫານໃນທົ່ງນາຄື—ພວກເຂົາ ແລະຄົນຂອງພວກເຂົາ—ໄດ້ຍິນວ່າກະສັດແຫ່ງບາບີໂລນໄດ້ແຕ່ງຕັ້ງເກດາລີຢາລູກຊາຍອາຮີກາມໃຫ້ເປັນຜູ້ວ່າລາຊະການໃນແຜ່ນດິນນັ້ນ. ພວກເຂົາໄດ້ມອບຊາຍ, ຍິງ, ແລະພວກເດັກນ້ອຍໆ ຜູ້ທີ່ເປັນຄົນຈົນທີ່ສຸດໃນແຜ່ນດິນ, ຊຶ່ງບໍ່ໄດ້ຖືກກວາດໄປເປັນຊະເລີຍຍັງບາບີໂລນ. \v 8 ດັ່ງນັ້ນພວກເຂົາກໍໄປຫາເກດາລີຢາ ທີ່ມິດຊະປາ. ຄົນເຫລົ່ານີ້ໄດ້ແກ່ ອິດຊະມາເອນ ລູກຊາຍເນທານີອາ; ໂຢຮານານ ແລະໂຢນາທານ, ລູກຊາຍກາເຣອາ; ເສຣາຢາ, ລູກຊາຍຕັນຮູເມັດ ບັນດາລູກຊາຍຂອງເອຟາຍຊາວເນໂຕຟາ ເຢຊານີຢາລູກຊາຍຊາວມາອາກາ—ທັງພວກເຂົາ ແລະ ຄົນຂອງເຂົາ.

1
40/09.txt Normal file
View File

@ -0,0 +1 @@
\v 9 ເກດາລີຢາລູກຊາຍຂອງອາຮີກາມ ລູກຊາຍຂອງຊາຟານ ກໍໄດ້ປະຕິຍານໃຫ້ແກ່ພວກເຂົາ ແລະ ຄົນຂອງເຂົາ, ກ່າວວ່າ, “ຢ່າຢ້ານກົວທີ່ຈະບົວລະບັດຄົນບາບີໂລນ. ຈົ່ງອາໄສຢູ່ໃນແຜ່ນດິນ ແລະບົວລະບັດກະສັດແຫ່ງບາບີໂລນ, ແລ້ວທ່ານທັງຫລາຍກໍຈະຢູ່ເຢັນເປັນສຸກ. \v 10 ເບິ່ງແມ, ຂ້ານ້ອຍກຳລັງອາໄສຢູ່ທີ່ມິດຊະປາ ເພື່ອຈະບົວລະບັດຄົນເຄນເດຍ ຜູ້ຊຶ່ງຈະມາຫາພວກເຮົາ. ດັ່ງນັ້ນຈົ່ງເກັບນ້ຳອະງຸ່ນ, ຫມາກໄມ້ລະດູຮ້ອນ, ແລະນ້ຳມັນ ແລະເກັບໄວ້ໃນພາຊະນະຕ່າງໆ. ຈົ່ງຢູ່ໃນເມືອງທັງຫລາຍຊຶ່ງທ່ານໄດ້ຍຶດຄອງຢູ່ນັ້ນ.”

View File

@ -438,6 +438,10 @@
"39-11",
"39-15",
"39-17",
"40-title"
"40-title",
"40-01",
"40-03",
"40-05",
"40-07"
]
}