Sun Nov 10 2019 07:31:01 GMT+0700 (SE Asia Standard Time)

This commit is contained in:
BounphengThammavong 2019-11-10 07:31:01 +07:00
parent c19ae04ea1
commit a3c27f540b
4 changed files with 6 additions and 1 deletions

1
42/01.txt Normal file
View File

@ -0,0 +1 @@
\c 42 \v 1 ຈາກນັ້ນ ບັນດາຫົວຫນ້າຂອງກອງທະຫານ ແລະໂຢຮານານລູກຊາຍກາເຣອາ ແລະເຢຊານີຢາລູກຊາຍໂຮຊາຢາ ແລະປະຊາຊົນທັງປວງຈາກຜູ້ນ້ອຍທີ່ສຸດເຖິງຜູ້ໃຫຍ່ທີ່ສຸດໄດ້ເຂົ້າມາຫາເຢເຣມີຢາຜູ້ປະກາດພຣະທຳ. \v 2 ພວກເຂົາເວົ້າກັບເພີ່ນວ່າ, “ຂໍໃຫ້ຄຳອ້ອນວອນຂອງພວກຂ້ານ້ອຍທັງຫລາຍເປັນທີ່ຍອມຮັບຕໍ່ຫນ້າທ່ານເຖີດ. ຂໍມໃຫ້ທ່ານອະທິຖານ ເພື່ອເຮົາທັງຫລາຍຕໍ່ພຣະຢາເວພຣະເຈົ້າຂອງທ່ານ ເພື່ອຄົນທີ່ເຫລືອຢູ່ທັງຫມົດ ເພາະພວກເຮົາມີຈຳນວນຫນ້ອຍຄົນຢ່າງທີ່ທ່ານເຫັນ. \v 3 ຂໍທູນຖາມພຣະຢາເວພຣະເຈົ້າຂອງທ່ານສະແດງຫົນທາງແກ່ເຮົາວ່າ ເຮົາຄວນຈະໄປທາງໃດ ແລະຂໍສະແດງສິ່ງທີ່ເຮົາຄວນຈະເຮັດ.”

1
42/04.txt Normal file
View File

@ -0,0 +1 @@
\v 4 ດັ່ງນັ້ນ ເຢເຣມີຢາຜູ້ປະກາດພຣະທຳກ່າວແກ່ເຂົາທັງຫລາຍວ່າ, “ຂ້ານ້ອຍໄດ້ຍິນທ່ານແລ້ວ. ເບິ່ງແມ, ຂ້ານ້ອຍຈະອະທິຖານຕໍ່ພຣະຢາເວພຣະເຈົ້າຂອງທ່ານຕາມຄຳຂໍຮ້ອງຂອງທ່ານທັງຫລາຍ. ພຣະຢາເວຈະຊົງຕອບທ່ານປະການໃດ, ຂ້ານ້ອຍຈະບອກແກ່ທ່ານ. ຂ້ານ້ອຍຈະບໍ່ປິດບັງສິ່ງໃດໄວ້ຈາກທ່ານເລີຍ.” \v 5 ແລ້ວພວກເຂົາເວົ້າກັບເຢເຣມີຢາວ່າ, “ຂໍພຣະຢາເວຈົ່ງເປັນພະຍານທີ່ສັດຈິງ ແລະສັດຊື່ໃນລະຫວ່າງພວກຂ້ານ້ອຍທັງຫລາຍ, ຖ້າພວກຂ້ານ້ອຍບໍ່ໄດ້ເຮັດຕາມຖ້ອຍຄຳຂອງພຣະຢາເວພຣະເຈົ້າຂອງທ່ານ ຜູ້ຊົງໃຊ້ທ່ານໃຫ້ບອກພວກຂ້ານ້ອຍ. \v 6 ບໍ່ວ່າຈະດີຫລືຮ້າຍ, ຂ້ານ້ອຍທັງຫລາຍຈະເຊື່ອຟັງພຣະສຸລະສຽງຂອງພຣະຢາເວພຣະເຈົ້າຂອງເຮົາ, ຜູ້ຊຶ່ງຂ້ານ້ອຍທັງຫລາຍສົ່ງທ່ານໃຫ້ໄປຫານັ້ນ, ເພື່ອເຮົາຈະຢູ່ເຢັນເປັນສຸກ ເມື່ອເຮົາເຊື່ອຟັງພຣະສຸລະສຽງແຫ່ງພຣະຢາເວພຣະເຈົ້າຂອງເຮົາ.”

1
42/07.txt Normal file
View File

@ -0,0 +1 @@
\v 7 ເມື່ອຄົບສິບວັນແລ້ວ, ພຣະທຳຂອງພຣະຢາເວກໍມາຍັງເຢເຣມີຢາ. \v 8 ດັ່ງນັ້ນ ເຢເຣມີຢາຈຶ່ງໃຫ້ໄປຕາມຕົວໂຢຮານານລູກຊາຍກາເຣອາ ແລະບັນດາຫົວຫນ້າຂອງກອງທະຫານຜູ້ຢູ່ກັບທ່ານ, ແລະປະຊາຊົນທັງປວງຕັ້ງແຕ່ຄົນນ້ອຍທີ່ສຸດເຖິງຄົນໃຫຍ່ທີ່ສຸດ. \v 9 ແລ້ວເພີ່ນໄດ້ກ່າວກັບພວກເຂົາທັງຫລາຍວ່າ, “ນີ້ເປັນຖ້ອຍຄຳຂອງພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ—ຜູ້ຊຶ່ງທ່ານໄດ້ໃຊ້ໃຫ້ຂ້ານ້ອຍນຳເອົາຄຳອ້ອນວອນຂອງທ່ານໄປສະເຫນີຕໍ່ພຣະພັກພຣະອົງ—ໄດ້ກ່າວດັ່ງນີ້ວ່າ, \v 10 ‘ຖ້າພວກເຈົ້າທັງຫລາຍກັບໄປ ແລະອາໃສຢູ່ໃນແຜ່ນດິນນີ້, ແລ້ວເຮົາຈະສ້າງພວກເຈົ້າທັງຫລາຍຂຶ້ນ ແລະບໍ່ທຳລາຍລົງ; ເຮົາຈະປູກພວກເຈົ້າ ແລະ ບໍ່ຖອນພວກເຈົ້າເສຍ, ເພາະເຮົາໄດ້ກັບໃຈຈາກເຫດຮ້າຍຊຶ່ງເຮົາໄດ້ສົ່ງມາເຫນືອພວກເຈົ້າຫັນກັບໄປ.

View File

@ -457,6 +457,8 @@
"41-13",
"41-15",
"41-17",
"42-title"
"42-title",
"42-01",
"42-04"
]
}