Sun Nov 10 2019 06:47:12 GMT+0700 (SE Asia Standard Time)

This commit is contained in:
BounphengThammavong 2019-11-10 06:47:12 +07:00
parent 62b259a040
commit a1307d8e84
6 changed files with 11 additions and 1 deletions

1
36/27.txt Normal file
View File

@ -0,0 +1 @@
\v 27 ແລ້ວຖ້ອຍຄຳຂອງພຣະຢາເວໄດ້ມາເຖິງເຢເຣມີຢາ ຫລັງຈາກທີ່ກະສັດຊົງເຜົາຫນັງສືມ້ວນ ແລະ ຖ້ອຍຄຳທັງຫມົດທີ່ບາຣຸກໄດ້ຂຽນຕາມຄຳບອກຂອງເຢເຣມີຢາແລ້ວ, ກ່າວວ່າ, \v 28 "ຈົ່ງກັບໄປ, ເອົາຫນັງສືມ້ວນອີກມ້ວນຫນຶ່ງມາສຳລັບຕົວເຈົ້າເອງ, ແລະຈົ່ງຂຽນຖ້ອຍຄຳທັງຫມົດທີ່ມີຢູ່ໃນຫນັງສືມ້ວນສະບັບກ່ອນນັ້ນໄວ້ອີກ, ທີ່ກະສັດເຢໂຮຢາກີມໄດ້ຊົງເຜົາໄຟເສຍນັ້ນ. \v 29 ແລ້ວເຈົ້າຕ້ອງກ່າວສິ່ງນີ້ກັບ ກະສັດເຢໂຮຢາກີມວ່າ, “ພະອົງໄດ້ເຜົາຫນັງສືມ້ວນ ແລະໄດ້ຖາມຂ້ານ້ອຍວ່າ “ເປັນຫຍັງຈຶ່ງຂຽນຄຳວ່າ, ‘ກະສັດບາບີໂລນຈະມາທຳລາຍປະເທດນີ້ຢ່າງແນ່ນອນ, ເພາະພຣະອົງຈະຂ້າມະນຸດແລະສັດໃນແຜ່ນດິນນັ້ນເສຍ?’””

1
36/30.txt Normal file
View File

@ -0,0 +1 @@
\v 30 ເພາະສະນັ້ນແຫລະ ພຣະຢາເວຈຶ່ງກ່າວກ່ຽວກັບເຢໂຮຢາກິມກະສັດແຫ່ງຢູ່ດາວ່າ: “ຈະບໍ່ໄດ້ເປັນກະສັດຂອງພະອົງທີ່ຈະປະທັບເທີງບັນລັງຂອງດາວິດ. ສຳລັບພະອົງເອງ, ສົບຂອງພະອົງຕາກແດດໄວ້ໃນກາງເວັນ ແລະ ຕາກນ້ຳຫມອກໃນຕອນກາງຄືນ. \v 31 ເພາະພຣະຢາເວຈະລົງໂທດພະອົງ, ແລະເຊື້ອສາຍຂອງພະອົງ, ແລະພວກຂ້າລາຊະການຂອງພະອົງ, ຊາວເຢຣູຊາເລັມ, ແລະຊາວຢູດາທັງຫມົດ ພຣະຢາເວຈະນຳໄພພິບັດທັງຫລາຍ ທີ່ເຮົາໄດ້ເຕືອນພວກເຈົ້າ, ແຕ່ເປັນສິ່ງທີ່ພວກເຈົ້າບໍ່ໄດ້ໃຫ້ຄວາມໃສ່ໃຈ.”

1
36/32.txt Normal file
View File

@ -0,0 +1 @@
\v 32 ດັ່ງນັ້ນເຢເຣມີຢາໄດ້ເອົາເຈ້ຍອີກມ້ວນຫນຶ່ງມອບໃຫ້ບາຣຸກລູກຊາຍຂອງເກມາຣີຢາ ສະຫມຽນຂອງຕົນ. ບາຣຸກຈຶ່ງໄດ້ຂຽນຕາມຄຳບອກຂອງເຢເຣມີຢາລົງໃສ່ເຈ້ຍມ້ວນນັ້ນ ຄືຖ້ອຍຄຳທີ່ມີຢູ່ໃນຫນັງສືມ້ວນສະບັບທີ່ກະສັດເຢໂຮຢາກີມເຜົາໄຟນັ້ນທັງຫມົດ. ຍິ່ງໄປກວ່ານັ້ນ, ເຢເຣມີຢາໄດ້ເພີ່ມຕື່ມຫລາຍຄຳທີ່ຄືກັນລົງດ້ວຍ.

1
37/01.txt Normal file
View File

@ -0,0 +1 @@
\c 37 \v 1 \v 2 ບັດນີ້ ເຊເດກີຢາພະລາຊະໂອລົດຂອງໂຢສີຢາ ເປັນກະສັດແທນເຢໂຮຢາກິນພະລາຊະໂອລົດຂອງເຢໂຮຢາກີມ. ເນບູກາດເນັດຊາ ກະສັດແຫ່ງບາບີໂລນໄດ້ຊົງແຕ່ງຕັ້ງເຊເດກີຢາເປັນກະສັດຂອງຢູດາ. 2 ແຕ່ເຊເດກີຢາເອງ ພ້ອມທັງຂ້າລາຊະການຂອງເພິ່ນ ແລະ ປະຊາຊົນທັງຫລາຍ ບໍ່ໄດ້ເຊື່ອຟັງພຣະຄຳທີ່ພຣະຢາເວຊົງປະກາດຜ່ານທາງເຢເຣມີຢາຜູ້ປະກາດພຣະທຳ.

1
37/title.txt Normal file
View File

@ -0,0 +1 @@
ບົດທີ 37

View File

@ -401,6 +401,11 @@
"36-13",
"36-16",
"36-20",
"36-23"
"36-23",
"36-25",
"36-27",
"36-30",
"36-32",
"37-title"
]
}