diff --git a/44/24.txt b/44/24.txt new file mode 100644 index 0000000..0c1ac90 --- /dev/null +++ b/44/24.txt @@ -0,0 +1 @@ +\v 24 ແລ້ວເຢເຣມີຢາໄດ້ກ່າວແກ່ປະຊາຊົນທັງຫມົດ ແລະ ພວກຜູ້ຍິງທັງຫມົດທຸກຄົນວ່າ, “ຄົນຢູດາທຸກຄົນຜູ້ຢູ່ໃນແຜ່ນດິນເອຢິບເອີຍ, ຈົ່ງຟັງພຣະທຳຂອງພຣະຢາເວ. \v 25 ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ, ‘ຕົວພວກເຈົ້າ ແລະ ເມຍຂອງພວກເຈົ້າໄດ້ຢືນຢັນດ້ວຍປາກຂອງພວກເຈົ້າທັງຫລາຍເອງ ແລະໄດ້ເຮັດດ້ວຍມືຂອງພວກເຈົ້າຕາມທີ່ພວກເຈົ້າໄດ້ເວົ້າວ່າ, “ພວກເຮົາຈະເຮັດຕາມການປະຕິຍານຂອງເຮົາ ຊຶ່ງເຮົາໄດ້ປະຕິຍານໄວ້ແນ່ນອນ ຄືເຜົາເຄື່ອງຫອມຖວາຍພວກເຈົ້າແມ່ແຫ່ງຟ້າສະຫວັນ ແລະຖອກເຄື່ອງດື່ມຖວາຍແກ່ພະນາງພວກເຈົ້າ.” ບັດນີ້ກໍສຳເລັດຕາມຄຳປະຕິຍານຂອງພວກເຈົ້າແລ້ວ; ໄດ້ເຮັດຕາມການປະຕິຍານນັ້ນແລ້ວ.’ \ No newline at end of file diff --git a/44/26.txt b/44/26.txt new file mode 100644 index 0000000..d616d63 --- /dev/null +++ b/44/26.txt @@ -0,0 +1 @@ +\v 26 ເພາະສະນັ້ນ, ຄົນຢູດາທັງຫມົດທີ່ຢູ່ໃນແຜ່ນດິນເອຢິບເອີຍ, ຈົ່ງຟັງພຣະທຳຂອງພຣະຢາເວ, ກ່າວວ່າ, ‘ເບິ່ງແມ, ເຮົາໄດ້ປະຕິຍານໂດຍນາມອັນຍິ່ງໃຫຍ່ຂອງເຮົາ—ພຣະຢາເວກ່າວວ່າ, ຈະບໍ່ມີປາກຂອງຄົນໃດໃນຢູດາຕະຫລອດທົ່ວແຜ່ນດິນເອຢິບ, ຈະບໍ່ອອກນາມຂອງເຮົາໂດຍກ່າວວ່າ, ‘ອົງພຣະຢາເວພຣະເຈົ້າອົງຊົງພຣະຊົນຢູ່ສັນໃດ.’ \v 27 ເບິ່ງແມ, ເຮົາຄອຍຖ້າເບິ່ງຢູ່ເພື່ອໃຫ້ເກີດຄວາມຮ້າຍ ແລະບໍ່ແມ່ນຄວາມດີ. ຄົນຢູດາທັງຫມົດຜູ້ຢູ່ໃນແຜ່ນດິນເອຢິບຈະຖືກຜານເສຍດ້ວຍດາບ ແລະດ້ວຍການອຶດຫິວອາຫານ ຈົນກວ່າຈະເຖິງທີ່ສຸດຂອງພວກເຂົາ. \v 28 ແລ້ວບັນດາຜູ້ທີ່ຫນີພົ້ນດາບຈະກັບຈາກແຜ່ນດິນເອຢິບໄປຍັງແຜ່ນດິນຢູດາ ຈະມີຈຳນວນຫນ້ອຍ. ດັ່ງນັ້ນຄົນຢູດາທີ່ເຫລືອຢູ່ທັງຫມົດຊຶ່ງມາອາໄສຢູ່ໃນແຜ່ນດິນເອຢິບ ຈະຮູ້ວ່າຄຳຂອງໃຜຈະການເປັນຈິງ: ຖ້ອຍຄຳຂອງເຮົາ ຫລືຖ້ອຍຄຳຂອງພວກເຂົາ. \ No newline at end of file diff --git a/manifest.json b/manifest.json index 87267df..6503755 100644 --- a/manifest.json +++ b/manifest.json @@ -480,6 +480,8 @@ "44-13", "44-15", "44-18", - "44-20" + "44-20", + "44-24", + "44-26" ] } \ No newline at end of file