Sat Nov 16 2019 05:41:39 GMT+0700 (SE Asia Standard Time)

This commit is contained in:
BounphengThammavong 2019-11-16 05:41:41 +07:00
parent fa031b6b43
commit 08b2829b98
3 changed files with 5 additions and 1 deletions

1
50/38.txt Normal file
View File

@ -0,0 +1 @@
\v 38 ຄວາມແຫ້ງແລ້ງຢູ່ເຫນືອນ້ຳທັງຫລາຍຂອງນາງ ເພື່ອນ້ຳທັງຫລາຍນັ້ນຈະໄດ້ແຫ້ງໄປ. ເພາະເປັນແຜ່ນດິນແຫ່ງຮູບເຄົາລົບ, ແລະພວກເຂົາທັງຫລາຍກໍບ້າຮູບນັ້ນ. \v 39 ເພາະສະນັ້ນ ບັນດາສັດປ່າທັງຫລາຍ ພ້ອມກັບບັນດາຫມາຈິ້ງຈອກຈະອາໄສຢູ່ໃນທີ່ນັ້ນ ແລະພວກນົກກະຈອກເທດຫນຸ່ມຈະອາໄສຢູ່ໃນທີ່ນັ້ນ.ເພາະເມືອງນັ້ນຈະບໍ່ມີປະຊາຊົນຢູ່ອີກຕໍ່ໄປເປັນນິດ ຄືບໍ່ມີຊາວເມືອງອາໄສຢູ່ຕະຫລອດຊົ່ວນິລັນດອນ. \v 40 ເຊັ່ນດຽວກັບທີ່ພຣະເຈົ້າໄດ້ຊົງລົ້ມສະລາຍເມືອງໂຊໂດມ ແລະເມືອງໂກໂມຣາ ແລະຫົວເມືອງໃກ້ຄຽງເຫລົ່ານັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ—ດັ່ງນັ້ນຈະບໍ່ມີຄົນພັກອາໃສຢູ່ບ່ອນນັ້ນ ແລະບໍ່ມີມະນຸດຄົນໃດອາໄສຢູ່ໃນເມືອງນັ້ນ.”

1
50/41.txt Normal file
View File

@ -0,0 +1 @@
\v 41 “ເບິ່ງແມ, ຊົນຊາດຫນຶ່ງຈະມາຈາກທິດເຫນືອ ປະຊາຊາດອັນເຂັ້ມແຂງຊາດຫນຶ່ງ ແລະກະສັດຫລາຍອົງຈະຖືກນຳໃຫ້ມາຈາກດິນແດນໄກທີ່ສຸດຂອງແຜ່ນດິນໂລກ. \v 42 ພວກເຂົາຈະຈັບຄັນທະນູ ແລະຫອກ ພວກເຂົາໂຫດຮ້າຍ ແລະຈະບໍ່ມີຄວາມກະລຸນາ ສຽງຂອງພວກເຂົາຈະເຫມືອນສຽງທະເລຄະນອງ ພວກເຂົາຈະຂີ່ມ້າ ລຳລຽງກັນເຂົ້າສູ້ສົງຄາມກັບພວກເຈົ້າລູກສາວແຫ່ງບາບີໂລນເອີຍ. \v 43 ກະສັດແຫ່ງບາບີໂລນໄດ້ຍິນຂ່າວເລື່ອງນັ້ນ ແລະພຣະຫັດຂອງພຣະອົງກໍອ່ອນລົງ ຄວາມທຸກໃຈຈັບຫົວໃຈລາວ ເຈັບປວດເຫມືອນຜູ້ຍິງກຳລັງເກີດລູກ.

View File

@ -562,6 +562,8 @@
"50-29",
"50-31",
"50-33",
"50-35"
"50-35",
"50-38",
"50-41"
]
}