\v 17 ຈົ່ງເກັບເຄື່ອງຂອງ ຂອງພວກເຈົ້າ ແລະອອກຈາກແຜ່ນດິນ, ພວກເຈົ້າປະຊາຊົນທັງຫລາຍທີ່ອາໄສຢູ່ພາຍໃຕ້ການຢຶດຄອງ. \v 18 ເພາະພຣະຢາເວກ່າວດັ່ງນີ້ວ່າ, “ເບິ່ງແມ, ເຮົາຈະໂຍນພວກທີອາໄສໃນແຜ່ນດິນອອກໄປເສຍໃນເວລານີ້. ເຮົາຈະເຮັດໃຫ້ພວກເຂົາເກີດຄວາມທຸກໃຈ, ແລະພວກເຂົາຈະໄດ້ເຫັນວ່າມັນເປັນດັ່ງນັ້ນແທ້.”