lo_jer_text_ulb_l3/05/18.txt

1 line
1.1 KiB
Plaintext
Raw Normal View History

\v 18 ແມ່ນແຕ່ໃນວັນເຫລົ່ານັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ ກ່າວດັ່ງນີ້—ເຮົາກໍຍັງບໍ່ທຳລາຍເຈົ້າໃຫ້ເຖິງອາວະສານ. \v 19 ເມື່ອພວກເຈົ້າ, ອິດສະຣາເອນ ແລະຢູດາ, ກ່າວວ່າ, ‘ເປັນຫຍັງພຣະຢາເວພຣະເຈົ້າຂອງເຮົາທັງຫລາຍຈຶ່ງຊົງເຮັດສິ່ງເຫລົ່ານີ້ແກ່ເຮົາ? ແລ້ວເຈົ້າ, ເຢເຣມີຢາ, ຈະກ່າວແກ່ພວກເຂົາວ່າ, ‘ເພາະເຈົ້າໄດ້ປະຖິ້ມເຮົາ ໄປບົວລະບັດພະຕ່າງດ້າວໃນແຜ່ນດິນຂອງພວກເຈົ້າ, ດັ່ງນັ້ນເຈົ້າຈະຕ້ອງໄປບົວລະບັດຄົນຕ່າງຊາດໃນແຜ່ນດິນຊຶ່ງບໍ່ແມ່ນຂອງພວກເຈົ້າ.