lo_jer_text_ulb_l3/05/01.txt

1 line
1.6 KiB
Plaintext
Raw Normal View History

\c 5 \v 1 “ຈົ່ງແລ່ນໄປແລ່ນຢູ່ໃນຖະຫນົນຂອງນະຄອນເຢຣູຊາເລັມ; ຈົ່ງຄົ້ນຕາມລານເມືອງ, ເຊັ່ນກັນ. ແລ້ວເບິ່ງ ແລະຄິດກ່ຽວກັບເລື່ອງນີ້: ຖ້າເຈົ້າຈະຫາຜູ້ຊາຍ ຫລືໃຜຜູ້ຫນຶ່ງ ຄົນທີ່ເຮັດການຍຸດຕິທຳ ແລະ ສະແຫວງຫາຄວາມຈິງ, ເພື່ອເຮົາຈະໄດ້ອະໄພໂທດໃຫ້ແກ່ເຢຣູຊາເລັມ. \v 2 ເຖິງແມ່ນພວກເຂົາກ່າວວ່າ, ‘ຕາບໃດທີ່ພຣະຢາເວຊົງພຣະຊົນຢູ່, ພວກເຂົາກໍຍັງປະຕິຍານບໍ່ຈິງ.” \v 3 ຂ້າແດ່ພຣະຢາເວ, ພຣະເນດຂອງພຣະອົງຊົງຫາຄວາມຈິງບໍ່ແມ່ນຫລື? ພຣະອົງຊົງຂ້ຽນຕີປະຊາຊົນ, ແຕ່ພວກເຂົາກໍບໍ່ຮູ້ສຶກເຈັບປວດ. ພຣະອົງຊົງລ້າງຜານພວກເຂົາຢ່າງສິ້ນເຊີງ, ແຕ່ພວກເຂົາກໍຍັງປະຕິເສດທີ່ຈະຮັບການແກ້ໄຂ. ພວກເຂົາໄດ້ເຮັດໃຫ້ຫນ້າຂອງຕົນແຂງກະດ້າງຍິ່ງກວ່າຫີນ, ເພາະພວກເຂົາບໍ່ຍອມກັບໃຈ.