lo_jer_text_ulb_l3/46/07.txt

1 line
1.1 KiB
Plaintext
Raw Normal View History

\v 7 ແມ່ນໃຜນໍໂຜ່ຂຶ້ນມາເຫມືອນແມ່ນໍ້ານາຍ, ດັ່ງນ້ຳຂອງມັນຊັດຂຶ້ນ ແລະລົງເຫມືອນແມ່ນ້ຳເຫລົ່ານັ້ນ? \v 8 ເອຢິບໂຜ່ຂຶ້ນມາເຫມືອນນ້ຳນາຍ ເຫມືອນແມ່ນ້ຳທັງຫລາຍທີ່ຂື້ນ ແລະ ລົງ. ເອຢິບກ່າວວ່າ, ‘ຂ້ານ້ອຍຈະຂຶ້ນໄປ ແລະຂ້ານ້ອຍຈະປົກຄອງໂລກ. ຂ້ານ້ອຍຈະທຳລາຍຫົວເມືອງ ແລະຊາວເມືອງນັ້ນເສຍ. \v 9 ມ້າທັງຫລາຍເອີຍ, ບຸກໜ້າໄປເຖີດ. ລົດຮົບທັງຫລາຍເອີຍບຸກເຂົ້າເຖີດ, ຈົ່ງໃຫ້ນັກຮົບອອກໄປ ຄືຄົນກູເຊ ແລະ ຄົນພູດ, ຜູ້ຖືໂລ່ ຄົນລູດີ, ນັກຖື ແລະ ໂກ່ງຄັນທະນູທັງຫລາຍ.