lo_jer_text_ulb_l3/16/07.txt

1 line
1.4 KiB
Plaintext
Raw Normal View History

\v 7 ຈະຕ້ອງບໍ່ມີຜູ້ໃດແບ່ງປັນອາຫານໃຫ້ແກ່ຄົນໄຫວ້ທຸກ ເພື່ອຈະເລົ້າໂລມພວກເຂົາເຫດຄົນທີ່ຕາຍທັງຫລາຍນັ້ນ, ແລະຈະຕ້ອງບໍ່ມີໃຜມອບຈອກແຫ່ງຄວາມເລົ້າໂລມໃຈໃຫ້ພໍ່ ຫລືແມ່ຂອງພວກເຂົາໄດ້ດື່ມ ເພື່ອທີ່ຈະປອບໃຈພວກເຂົາ. \v 8 ເຈົ້າຕ້ອງບໍ່ເຂົາໃນເຮືອນທີ່ມີການລ້ຽງເພື່ອນັ່ງກິນ ແລະດື່ມກັບພວກເຂົາ. \v 9 ເພາະພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ, ‘ເບິ່ງແມ, ຕໍ່ຫນ້າຕໍ່ຕາຂອງພວກເຈົ້າ, ໃນວັນທັງຫລາຍຂອງເຈົ້າ ແລະໃນສະຖານທີ່ແຫ່ງນີ້, ເຮົາກຳລັງຈະເຮັດໃຫ້ສຽງບັນເທີງ ແລະສຽງມ່ວນຊື່ນລື່ເລີງ, ສຽງເຈົ້າບ່າວ ແລະສຽງເຈົ້າສາວ ຂາດໄປຈາກສະຖານທີ່ນີ້.