lo_jer_text_ulb_l3/27/09.txt

1 line
1.5 KiB
Plaintext
Raw Normal View History

\v 9 ເພາະສະນັ້ນ ຢ່າບັນດາຟັງຜູ້ປະກາດພຣະທຳ, ຫລືພວກຫມໍດູຂອງເຈົ້າ, ພວກຜູ້ທຳນວຍຂອງເຈົ້າ, ຫລືຄົນຊ່າງຝັນຂອງພວກເຈົ້າ, ຫລືນັກເວດມົນຄາຖາຂອງພວກເຈົ້າ, ຜູ້ຊຶ່ງກ່າວແກ່ພວກເຈົ້າວ່າ, ‘ຢ່າບົວລະບັດກະສັດແຫ່ງນະຄອນບາບີໂລນ. \v 10 ເພາະຊຶ່ງເຂົາທຳນວຍພຣະທຳພຣະເຈົ້າເປັນຄວາມບໍ່ຈິງ ທີ່ເຮັດໃຫ້ເຈົ້າຕ້ອງໂຍກຍ້າຍໄກໄປຈາກແຜ່ນດິນຂອງເຈົ້າ, ເພາະເຮົາຈະຂັບໄລ່ເຈົ້າອອກໄປ, ແລະເຈົ້າຈະຕາຍ. \v 11 ແຕ່ປະຊາຊາດໃດຊຶ່ງເອົາຄໍຂອງຕົນວາງໄວ້ໃຕ້ແອກຂອງກະສັດແຫ່ງບາບີໂລນ ແລະ ບົວລະບັດເພິ່ນ, ເຮົາຈະປະຜູ້ນັ້ນໄວ້ເທິງແຜ່ນດິນຂອງລາວ—ນີ້ເປັນຄຳປະກາດຂອງພຣະຢາເວ—ແລະພວກເຂົາຈະເຮັດໄຮ່ໄຖນາ ແລະ ປຸກເຮືອນທັງຫລາຍໃນແຜ່ນດິນນັ້ນ.’””