lo_jer_text_ulb_l3/43/01.txt

1 line
1.6 KiB
Plaintext
Raw Permalink Normal View History

\c 43 \v 1 ສິ່ງນີ້ໄດ້ເກີດຂຶ້ນເມື່ອເຢເຣມີຢາໄດ້ສຳເລັດການປະກາດຖ້ອຍຄຳທັງປວງຂອງພຣະຢາເວພຣະເຈົ້າຂອງພວກເຂົາທັງຫລາຍ ເຖິງປະຊາຊົນ ຊຶ່ງພຣະຢາເວພຣະເຈົ້າຂອງເຂົາໄດ້ຊົງໃຊ້ທ່ານໃຫ້ໄປເວົ້າພຣະທັມທັງຫມົດນີ້ກັບພວກເຂົາ. \v 2 ອາຊາຣີຢາລູກຊາຍໂຮຊາຢາ ແລະໂຢຮານານລູກຊາຍກາເຣອາ ແລະບັນດາຜູ້ຊາຍທີ່ຈອງຫອງໄດ້ເວົ້າກັບເຢເຣມີຢາວ່າ, “ທ່ານເວົ້າຂີ້ຕົວະ. ພຣະຢາເວພຣະເຈົ້າຂອງເຮົາບໍ່ໄດ້ໃຊ້ທ່ານໃຫ້ມາເວົ້າວ່າ, ‘ຢ່າໄປເອຢິບເພື່ອຈະອາໄສຢູ່ບ່ອນນັ້ນ. \v 3 ເພາະບາຣຸກລູກຊາຍເນຣີຢາໄດ້ຍົວະເຍົ້າທ່ານໃຫ້ຂັດຂວາງພວກເຮົາ ເພື່ອຈະມອບເຮົາໄວ້ໃນມືຂອງຄົນເຄນເດຍ, ເພາະທ່ານເປັນເຫດໃຫ້ພວກເຮົາຕາຍ ແລະເຮັດໃຫ້ເຮົາໄປເປັນຊະເລີຍໃນບາບີໂລນ.”