lo_jdg_text_ulb_l3/16/23.txt

2 lines
1.2 KiB
Plaintext

\v 23 ສ່ວນ​ຟີ­ລິດ­ສະ­ຕີນ​ໄດ້​ພາ­ກັນ​ມາ​ສະ­ເຫລີມ­ສະ­ຫລອງ​ງານ​ຖວາຍ​ບູ­ຊາ​ແກ່​ພະ​ດາ­ໂກນ​ຂອງ​ພວກ­ເຂົາ​ຄັ້ງ​ຍິ່ງ­ໃຫຍ່ ພວກ­ເຂົາ​ຮ້ອງ​ເພງ­ສັນ­ລະ­ເສີນ​ວ່າ, “ພະ​ຂອງ​ພວກ­ເຮົາ​ໄດ້​ໃຫ້​ພວກ­ເຮົາ​ຊະ­ນະ​ແຊມ­ຊັນ ຜູ້​ເປັນ​ສັດ­ຕູ​ຂອງ​ພວກເຮົາ.”
\v 24 ເມື່ອ​ປະ­ຊາ­ຊົນ​ຫລຽວ​ເຫັນ​ແຊມ­ຊັນ ພວກ­ເຂົາ​ກໍ​ຮ້ອງ​ເພງ­ສັນ­ລະ­ເສີນ​ພະ​ຂອງ​ເຂົາ​ວ່າ, “ພະ​ຂອງ​ພວກ­ເຮົາ​ໄດ້​ໃຫ້​ພວກ­ເຮົາ​ຊະ­ນະ​ສັດ­ຕູ​ຂອງ​ພວກ­ເຮົາ ຊຶ່ງ​ເປັນ​ຜູ້​ທຳ­ລາຍ​ຜືນ​ແຜ່ນ­ດິນ ແລະ​ຂ້າ​ພວກ­ເຮົາ​ຫລາຍ​ຄົນ.”