lo_jdg_text_ulb_l3/18/19.txt

1 line
1.1 KiB
Plaintext

\v 19 ຄົນ​ເຫລົ່າ­ນັ້ນ​ຈຶ່ງ​ຕອບ​ພວກ­ເຂົາ​ວ່າ, “ງຽບໄວ້​ໆ! ຈົງເອົາ​ມື​ປິດ​ປາກ​ຂອງເຈົ້າໄວ້ ແລະມາ­ກັບ​ພວກເຮົາ​ສາ, ແລະມາ​ເປັນ​ພໍ່ ແລະເປັນ​ປະ­ໂລ­ຫິດ​ຂອງ​ເຮົາ. ດີກວ່າເຈົ້າຈະ​ເປັນ​ປະ­ໂລ­ຫິດ​ໃນ​ເຮືອນ​ຂອງ​ຊາຍ​ຄົນ​ດຽວ ຫລື​ວ່າ​ຈະ​ເປັນ​ປະ­ໂລ­ຫິດ​ຂອງເຜົ່າ ຊຶ່ງເປັນ​ຕະ­ກູນ​ຫນຶ່ງຂອງ​​ອິດ​ສ​ະ​ຣາເອນ?” \v 20 ໃຈ​ຂອງ​ປະ­ໂລ­ຫິດນັ້ນ​ກໍ​ຍິນ­ດີ, ລາວ​ຈຶ່ງ​ເອົາ​ຮູບ​ເອ­ໂຟດ, ຮູບ​ພະປະຈຳບ້ານຕ່າງໆ ແລະ​ຮູບ​ແກະ­ສະ­ຫລັກໄປ, ແລະໄດ້ຕາມຄົນເຫລົ່ານັ້ນໄປ.