lo_jdg_text_ulb_l3/16/08.txt

1 line
1.2 KiB
Plaintext

\v 8 ແລ້ວພວກ­ຜູ້­­ປົກຄອງ​​ຟີ­ລິດ­ສະ­ຕິນ​ກໍ​ນຳ​ເອົາ​ເຊືອກ​ຫນ້າ​ທະ­ນູ​ທີ່​ຍັງ​ໃຫມ່ ແລະ​ຍັງ​ບໍ່​ທັນ​ແຫ້ງ​ເຈັດ​ເສັ້ນ​ມາ​ໃຫ້​ເດ­ລີ­ລາ, ແລະ ນາງກໍ​ມັດ​ແຊມ­ຊັນ​ໄວ້. \v 9 ຂະນະທີ່ນາງໄດ້​ໃຫ້ພວກຜູ້ເຫລົ່ານັ້ນລໍຖ້າ​​ຢູ່­ໃນ​ຫ້ອງຂ້າງໃນຂອງນາງ. ນາງໄດ້ເວົ້າກັບລາວວ່າ, “ແຊມ­ຊັນ, ​ພວກ​ຟີ­ລິດ­ສະ­ຕິນ​ມາຫາເຈົ້າແລ້ວ!”. ແຕ່​ແຊມ­ຊັນ​ໄດ້​ດຶງ­ເຊືອກ​ນັ້ນ​ຂາດ​ເຫມືອນ​ດັ່ງ​ໄຟ​ໄຫມ້​ເສັ້ນ​ດ້າຍ. ດ້ວຍ​ເຫດ​ນີ້ຄວາມ​ເລິກ­ລັບ​ກ່ຽວ­ກັບ​ກຳ­ລັງ​ຂອງ​ລາວ ຈຶ່ງບໍ່ໄດ້ຖືກເປີດເຜີຍ.