1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 4 ບັນດາຊົນຊາດເຫລົ່ານີ້ ທີ່ເຫລືອຢູ່ ເປັນວິທີຂອງພຣະເຈົ້າຢາເວ ຊົງທົດລອງຄົນອິສຣາເອນ, ເພື່ອຢືນຢັນວ່າພວກເຂົາ ຈະເຊື່ອຟັງພຣະບັນຍັດ, ຊຶ່ງພຣະອົງສັ່ງໄວ້ກັບບັນພະບູລຸດຂອງພວກເຂົາໂດຍຜ່ານທາງໂມເຊນັ້ນຫລືບໍ່. \v 5 ດັ່ງນັ້ນ ຄົນອິສຣາເອນຈຶ່ງອາໄສຢູ່ໃນບັນດາຄົນການາອານ, ຄົນຮິດຕີ, ຄົນອະໂມຣີດ, ຄົນເປຣິຊີ, ຄົນຮີວີ, ແລະ ຄົນເຢບຸດ. \v 6 ພວກເຂົາໄດ້ສູ່ຂໍລູກສາວຂອງຄົນເຫລົ່ານັ້ນມາເປັນເມຍຂອງພວກເຂົາ ແລະ ພວກເຂົາໄດ້ຍົກລູກສາວຂອງຕົນໃຫ້ແກ່ລູກຊາຍຂອງພວກເຂົາ, ແລະ ພວກເຂົາກໍ່ຮັບໃຊ້ພຣະເຈົ້າຂອງພວກເຂົາເຫລົ່ານັ້ນ. |