lo_jdg_text_ulb_l3/10/10.txt

1 line
1.5 KiB
Plaintext

\v 10 ແລົວ​ຄົນ​ອິ​ສ​ະ​ຣາເອນ​ຮ້ອງ­ທຸກ​ຕໍ່​ພຣະ­ຢາເວວ່າ, “ຖ້າພວກຂ້ານ້ອຍ​ທັງ­ຫລາຍ​ໄດ້​ເຮັດ​ບາບ​ຕໍ່​ພຣະ­ອົງແລ້ວ, ເພາະ­ວ່າ​ພວກຂ້າ­ນ້ອຍ​ໄດ້​ປະ​ຖິ້ມ​ພຣະ­ເຈົ້າ​ຂອງພວກ​ຂ້າ­ນ້ອຍໄປ ແລະໄດ້ນະມັດສະການບັນ­ດາ​ພຣະ­ບາ­ອານ”. \v 11 ພຣະ­­ຢາເວໄດ້ຊົງກ່າວ​ກັບ​ຄົນ​ອິ​ສ​ະ​ຣາເອນວ່າ, “ເຮົາ​ບໍ່­ໄດ້​ຊ່ວຍພວກ​ເຈົ້າ​ໃຫ້​ພົ້ນ​ຈາກ​ຊາວ​ເອ­ຢິບ, ຈາກຄົນ​ອາໂມ­ຣິດ, ຈາກ​ຄົນ​ອຳ­ໂມນ ແລະ​ຈາກ​ຄົນ​ຟີ­ລິດ­ສະ­ຕິນ​. \v 12 ແລະຈາກຄົນ​ຊີ­ໂດນ ຫລືບໍ? ຄົນ​ອາ­ມາ­ເຫລັກ ແລະ​ຄົນມາ­ໂອນ​ ໄດ້​ບີບ​ບັງ­ຄັບພວກ​ເຈົ້າ; ພວກເຈົ້າ​ໄດ້​ທູນຂໍ​ຕໍ່​ເຮົາ, ແລະ​ເຮົາ​ໄດ້​ຊ່ວຍພວກ​ເຈົ້າ​ໃຫ້​ພົ້ນຈາກອຳນາດຂອງ​ພວກ­ເຂົາ​.