lo_jdg_text_ulb_l3/16/13.txt

2 lines
1.4 KiB
Plaintext

\v 13 ແລ້ວ​ນາງ​ເດ­ລີ­ລາ​ໄດ້​ເວົ້າ​ຕໍ່​ແຊມ­ຊັນ​ວ່າ, “ເຈົ້າ​ຍັງ​ລໍ້­ລວງ​ຂ້ອຍ ແລະ​ຕົວະ​ຂ້ອຍ​ອີກ ຂໍ​ເຈົ້າ​ຈົ່ງ​ບອກ​ຂ້ອຍ​ວ່າ ລາວ​ຈະ​ມັດ​ເຈົ້າ​ດ້ວຍ​ສິ່ງ­ໃດ?” ແຊມ­ຊັນ​ຈຶ່ງ​ບອກ​ວ່າ, “ຖ້າ­ວ່າ​ເຈົ້າ​ເອົາ­ຜົມ​ຂອງ​ຂ້ອຍ​ເຈັດ​ປອຍ​ໄປ​ຕ່ຳ​ໃນ​ຫູກ​ແລະ​ຖົກ​ຟືມ​ໃຫ້​ແໜ້ນ ແລ້ວ​ຂ້ອຍ​ຈະ​ກາຍ­ເປັນ​ຄົນ​ອ່ອນ­ແອ​ເໝືອນ​ດັ່ງ​ຄົນ​ອື່ນ.”
\v 14 ນາງ​ເດ­ລີ­ລາ​ຈຶ່ງ​ກ່ອມ​ແຊມ­ຊັນ​ນອນ ແລ້ວ​ເອົາ­ຜົມ​ຂອງ​ແຊມ­ຊັນ​ເຈັດ​ປອຍ​ໄປ​ຕ່ຳ​ໃນ​ຫູກ ແລະ​ຖົກ​ຟືມ​ໃຫ້​ແໜ້ນ ນາງ​ຮ້ອງ​ຂຶ້ນ​ວ່າ, “ແຊມ­ຊັນ ພວກ​ຟີ­ລິດ­ສະ­ຕີນ​ມາ!” ແຊມ­ຊັນ​ກໍ​ລຸກ­ຂຶ້ນ​ຖອດ​ຟືມ ແລະ​ດຶງ​ເຄືອ​ຫູກ​ອອກ​ໝົດ.