lo_jdg_text_ulb_l3/16/08.txt

1 line
1.2 KiB
Plaintext

\v 8 ແລ້ວພວກ­ຜູ້­ນຳ​ຟີ­ລິດ­ສະ­ຕີນ​ກໍ​ນຳ​ເອົາ​ເຊືອກ​ໜ້າ​ທະ­ນູ​ທີ່​ຍັງ​ໃໝ່ ແລະ​ຍັງ​ບໍ່​ທັນ​ແຫ້ງ​ເຈັດ​ເສັ້ນ​ມາ​ໃຫ້​ເດ­ລີ­ລາ, ແລະ ນາງກໍ​ມັດ​ແຊມ­ຊັນ​ໄວ້. \v 9 ຂະນະທີ່ນາງໄດ້​ໃຫ້ພວກຜູ້ເຫລົ່ານັ້ນລໍຖ້າ​​ຢູ່­ໃນ​ຫ້ອງຂ້າງໃນຂອງນາງ. ນາງໄດ້ເວົ້າກັບລາວວ່າ, “ແຊມ­ຊັນ, ​ພວກ​ຟີ­ລິດ­ສະ­ຕີນ​ມາຫາເ!” ແຕ່​ແຊມ­ຊັນ​ໄດ້​ດຶງ­ເຊືອກ​ນັ້ນ​ຂາດ​ເໝືອນ​ດັ່ງ​ໄຟ​ໄໝ້​ເສັ້ນ​ດ້າຍ ດ້ວຍ​ເຫດ​ນີ້​ພວກ​ຟີ­ລິດ­ສະ­ຕີນ​ຈຶ່ງ​ຍັງ ບໍ່​ຮູ້​ຂໍ້​ເລິກ­ລັບ​ກ່ຽວ­ກັບ​ກຳ­ລັງ​ພາຍ­ໃນ​ຂອງ​ລາວ.