lo_jdg_text_ulb_l3/11/36.txt

1 line
1.3 KiB
Plaintext

\v 36 ນາງ​ຈຶ່ງກ່າວ­ກັບ​ພໍ່​ວ່າ, “ພໍ່​ຂອງລູກ, ເມື່ອ​ພໍ່ໄດ້ປະຕິຍານຕໍ່​​ພຣະ­ຢາເວແລ້ວ ກໍຈົງເຮັດທຸກຢ່າງຕາມທີ່ພໍ່ໄດ້ສັນຍາໄວ້ເທີ້ນ ເພາະພຣະເຈົ້າຢາເວ­​ໄດ້​ຊົງເຮັດການແກ້­ແຄ້ນຕໍ່​ຄົນ​ອຳ­ໂມນ​ສັດ­ຕູ​ຂອງ​ພໍ່ໃຫ້ກັບພໍ່​ແລ້ວ”. \v 37 ​ນາງ​ເວົ້າ­ກັບ​ພໍ່​ຂອງ​ນາງ​ວ່າ, “ຂໍ​ໃຫ້ພໍ່ຮັກສາສັນຍານີ້ແກ່ລູກເທີ້ນ. ຂໍ​ປ່ອຍໃຫ້​ລູກຢູ່ລຳພັງ​ຈັກ​ສອງ​ເດືອນ​, ເພື່ອລູກ​ຈະ​ໄດ້​ຈາກ​ໄປ ແລະ​ລົງ​ໄປ​ເທິງ​ພູ­ເຂົາແລະຮ້ອງ­ໄຫ້​ຄ່ຳ​ຄວນ​ເຖິງ​ຄວາມ​ເປັນ​ພົມ­ມະ­ຈາ­ລີ​ຂອງ​ລູກ, ທັງລູກ​ກັບ​ເພື່ອນໆ​ຂອງ​ລູກ”