lo_jdg_text_ulb_l3/06/31.txt

1 line
1.4 KiB
Plaintext

\v 31 ແຕ່​ໂຢ­ອາດ​ໄດ້ເວົ້າກັບ​ທຸກ​ຄົນ­ທີ່ມາ­​ຟ້ອງ​ຕໍ່ລາວ​ວ່າ, “ພວກ​ເຈົ້າ​ມາຟ້ອງຮ້ອງ​ແທນ​ພຣະ­ບາ­ອານ​ບໍ? ພວກ​ເຈົ້າ​ປ້ອງ­ກັນ​ພຣະ­ບາ­ອານ​ບໍ? ຖ້າ­ເປັນ​ຜູ້­ໃດກໍຕາມຟ້ອງຮ້ອງ​ແທນ​ພຣະນັ້ນ, ຜູ້­ນັ້ນ​ຈະ​ຖືກ​ຂ້າ​ຖິ້ມ​ກ່ອນ​ຮຸ່ງ​ເຊົ້າ. ຖ້າ​ພຣະ­ບາ­ອານ​ເປັນ​ພຣະ­ເຈົ້າ, ຈົ່ງ​ໃຫ້​ເພິ່ງປ້ອງ­ກັນ​ຕົວເພິ່ນ​ເອງເທີ້ນ ເມື່ອ​ມີໃຜດຶງ​ແທ່ນ​ບູ­ຊາ​ຂອງ​ເພິ່ນອອກ”. \v 32 ດ້ວຍເຫດຜົນນັ້ນ ໃນມື້ນັ້ນ ພວກເຂົາ​ກໍ​ເອີ້ນ​ກີ­ເດ­ໂອນ​ວ່າ" ເຢ­ຣຸບ-ບາ­ອານ", ເພາະ​ລາວໄດ້ເວົ້າວ່າ, “ຈົ່ງ​ໃຫ້​ພຣະ­ບາ­ອານ​ປ້ອງ­ກັນ​ຕົວ​ເພິ່ນ​ເອງ”, ເພາະ ໄດ້​ທຳ­ລາຍ​ແທ່ນ​ບູ­ຊາ​ຂອງ​ພຣະ­ບາ­ອານ.