1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 16 ພຣະເຈົ້າຢາເວ ຈຶ່ງຊົງກ່າວຕໍ່ເພິ່ນວ່າ, “ເຮົາຈະຢູ່ກັບເຈົ້າ ແລະເຈົ້າຈະຊະນະກອງທັບຄົນມີດີອານທັງຫມົດຄືກັບສູ້ຮົບກັບຄົນໆດຽວ.” \v 17 ກີເດໂອນໄດ້ທູນພຣະອົງວ່າ, “ຖ້າຫາກພຣະອົງຊົງໂຜດເມດຕາຂ້ານ້ອຍ, ຂໍປະທານຫມາຍສຳຄັນວ່າພຣະອົງຊົງເປັນຜູ້ສັ່ງໃຫ້ແກ່ຂ້ານ້ອຍ. \v 18 ຂໍົຊງໂຜດເມດຕາຢ່າຟ້າວສະເດັດຈາກບ່ອນນີ້ ຈົນກວ່າຂ້ານ້ອຍຈະນຳເອົາເຄື່ອງຖວາຍມາໃຫ້ແກ່ພຣະອົງ” ແລ້ວພຣະເຈົ້າຢາເວຊົງກ່າວວ່າ, “ເຮົາຈະພັກຢູ່ທີ່ນີ້ຈົນກວ່າເຈົ້າຈະກັບມາ.” |