lo_jdg_text_ulb_l3/04/17.txt

1 line
1.3 KiB
Plaintext

\v 17 ສ່ວນ​ສີ­ເສ­ຣາ ໄດ້​ແລ່ນໜີ​ໄປ​ທີ່​ຕູບຜ້າ​ເຕັນ​ຂອງ​ນາງ​ຢາ­ເອນ ເມຍ​ຂອງ​ເຮ­ເບ​ຊາວ​ເກ­ນີ, ເພາະວ່າມີຄວາມສະຫງົບສຸກລະຫວ່າງ ທ່ານ​ຜູ້​ນີ້​ພ້ອມ​ທັງ​ຄອບ­ຄົວ​ເຄີຍ​ຜູກ​ສຳ­ພັນ​ກັບ​ຢາ­ບິນ​ກະສັດ​ແຫ່ງ​ຮາ­ໂຊ​ມາ, ແລະ ວົງວານຂອງເຮເບຄົນເຄນີ. \v 18 ນາງ​ຢາ­ເອນ​ໄດ້​ອອກໄປ​ພົບ​ສີ­ເສ­ຣາ ແລະ ​ເວົ້າ​ກັບລາວວ່າ, “ເຊີນ​ຫັນໄປທາງນີ້, ເຈົ້ານາຍຂອງຂ້ອຍ; ຫັນມາທາງຂ້ອຍ ແລະ ​ບໍ່​ຕ້ອງ​ຢ້ານ​ຫຍັງ​ເລີຍ”. ດັ່ງນັ້ນ ລາວຈ່ຶງຫັນໄປຫານາງ ແລະ ເຂົ້າໄປໃນຕູບຜ້າເຕັນຂອງນາງ, ແລະ ນາງ​ຈຶ່ງ​ປົກຄຸມຕົວ​ລາວດ້ວຍ​ຜ້າຫົ່ມ.