lo_jdg_text_ulb_l3/03/09.txt

1 line
1.5 KiB
Plaintext

\v 9 ​ເມື່ອ​ຄົນ​ອິສຣາເອນ​ຮ້ອງ​ທູນຕໍ່​ພຣະ­­ເຈົ້າຢາເວ​, ພຣະ­­ເຈົ້າຢາເວ ໄດ້ມອບຜູ້ໃດຜູ້ຫນຶ່ງ ທີ່ຈະມາຊ່ວຍ​ຄົນ​ອິສຣາເອນ, ແລະ ​ຊ່ວຍ​ພວກ­ເຂົາ​ທັງ­ຫລາຍ​ໃຫ້​ລອດ­ພົ້ນ: ໂອດ­ນີ­ເອນ​ລູກ­ຊາຍ​ຂອງ​ເກ­ນັດ (ນ້ອງ­ຊາຍ​ຂອງ​ກາ­ເລັບ). \v 10 ພຣະ­ວິນ­ຍານ​ຂອງ​ພຣະ­ເຈົ້າ​ຢາເວໄດ້ຊົງເສີມກຳລັງລາວ, ແລະ​ລາວຕັດສິນ​ຄົນ​ອິສຣາເອນ ແລະ ລາວກໍ່​ອອກ​ໄປສູ້ຮົບ ແລະ ​ພຣະ­­ເຈົ້າຢາເວ ​ໄດ້​ມອບລາວມີໄຊຊະນະ ເຫນືອກະສັດ​ກູ­ຊານ-ຣິ­ຊາ­ທາ­ຢິມ ກະ­ສັດ​ເມືອງອາຣາມ. ມືຂອງໂອດນິເອນ ເອົາຊະນະ ​ກູ­ຊານ-ຣິ­ຊາ­ທາ­ຢິມ. \v 11 ແຜ່ນ­ດິນນັ້ນ ​ຈຶ່ງ​ໄດ້​ຄວາມສະ­ຫງົບສຸກ​ມາສີ່­ສິບ­ປີ. ​ແລ້ວໂອດ­ນີ­ເອນ​ລູກ­ຊາຍ​ເກ­ນັດ​ກໍ​ໄດ້ເສັຍ​ຊີວິດ.