lo_jdg_text_ulb_l3/01/22.txt

1 line
998 B
Plaintext

\v 22 ນອກນີ້ ວົງ­ວານ​ຂອງ​ໂຢ­ເຊັບ​ກະກຽມໄປ​ສູ້­ຮົບ​ເມືອງ​ເບັດ­ເອນ​, ແລະ ​ພຣະ­­ເຈົ້າຢາເວ​ສະ­ຖິດ​ກັບ​ພວກ­ເຂົາ \v 23 ພວກເຂົາ​ໄດ້​ໃຊ້​ຄົນ​ໄປ​ສອດ­ແນມ​ເມືອງ​ເບັດ­ເອນ (ແຕ່­ກ່ອນ​ເມືອງ​ນີ້​ ຊື່ ລູ­ເຊ) \v 24 ຜູ້​ສອດ­ແນມ​ເຫັນ​ຊາຍ​ຄົນ​ໜຶ່ງ​ຍ່າງ​ອອກ​ມາ​ຈາກ​ເມືອງ, ແລະ ພວກເຂົາຈຶ່ງ​ເວົ້າ­ກັບ​ລາວ​ວ່າ “ຂໍ​ຊີ້​ທາງ​ເຂົ້າ​ເມືອງ​ນີ້​ໃຫ້​ແກ່​ພວກ­ເຮົາດ້ວຍ, ແລະ ພວກ​ເຮົາ​ຈະ​ປາ­ນີ​ເຈົ້າ”