lo_jdg_text_ulb_l3/17/03.txt

1 line
1.2 KiB
Plaintext

\v 3 ລາວໄດ້ເອົາເງິນຈຳນວນ​ຫນຶ່ງ​ພັນ​​ຫນຶ່ງ​ຮ້ອຍ​ຫລຽນ ມາຄືນໃຫ້ແມ່ຂອງລາວ ແລະແມ່ລາວເວົ້າວ່າ, " ແມ່ໄດ້ແຍກເງິນນີ້ຖວາຍແດ່ພຣະຢາເວ ເພື່ອໃຫ້ລູກຂອງແມ່ທີ່ຈະເຮັດຮູບແກະສະລັກ ແລະຮູບຫລໍ່ໂລຫະຕ່າງໆ. ບັດນີ້ ແມ່ຈຶ່ງໄດ້ຄືນເງິນໃຫ້ແກ່ລູກ". \v 4 ເມື່ອ​ລາວໄດ້ຄືນ​ເງິນ​ໃຫ້​ແກ່​ແມ່ຂອງລາວ​ແລ້ວ, ແມ່​ກໍ​ນຳ​ເງິນ​ສອງ​ຮ້ອຍ​ຫລຽນ, ແລະ​ມອບ​ໃຫ້​ກັບ​ຊ່າງ​ເງິນ ເຮັດ​ເປັນ​ຮູບ​ແກະ­ສະ­ຫລັກ ແລະ​ຮູບ​ຫລໍ່ໂລຫະຕ່າງໆ, ແລະພວກເຂົາໄດ້ຕັ້ງຮູບເຫລົ່າ​ນັ້ນໄວ້​ຢູ່­ໃນ​ເຮືອນ​ຂອງ​ມີ­ກາ.