1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 28 ລາວໄດ້ກ່າວກັບພວກເຂົາວ່າ, “ຈົ່ງຕາມເຮົາໄປເຖີດ, ເພາະວ່າພຣະເຈົ້າຢາເວກຳລັງຈະເອົາຊະນະສັດຕູຂອງພວກເຈົ້າ, ຄືຊົນຊາດໂມອາບ”. ພວກເຂົາໄດ້ຕິດຕາມລາວໄປ ແລະ ຍຶດຝ່ັງຂອງແມ່ນ້ຳຢໍແດນຂ້າມຜ່ານຈາກໂມອາບ, ແລະ ພວກເຂົາບໍ່ຍອມໃຫ້ໃຜເລີຍຂ້າມນໍ້າໄປໄດ້. \v 29 ໃນເວລານັ້ນ ພວກເຂົາປະຫານຄົນໂມອາບປະມານໜຶ່ງໝື່ນຄົນ, ແລະ ທຸກຄົນລ້ວນແຕ່ເປັນຄົນເຂັ້ມແຂງ ແລະ ມີຄວາມສາມາດ. ບໍ່ມີໃຜຫລົບຫນີໄດ້. \v 30 ສະນັ້ນ ໃນມື້ນັ້ນໂມອາບຈຶ່ງພ່າຍແພ້ໂດຍກຳລັງຂອງອິສຣາເອນ ແລະ ແຜ່ນດິນນັ້ນ ໄດ້ສະຫງົບສຸກເປັນເວລາແປດສິບປີ. |