lo_jdg_text_ulb_l3/20/36.txt

1 line
1.3 KiB
Plaintext

\v 36 ດັ່ງ­ນັ້ນ ພວກທະຫານ​ເບັນ­ຢາ­ມິນ​ຈຶ່ງ​ເຫັນ​ວ່າ ພວກ­ເຂົາ​ພ່າຍ­ແພ້​ແລ້ວ. ຄົນ​​ອິດ​ສ​ະ​ຣາເອນ​ທຳ­ທ່າ​ຖອຍ​ຫນີຕໍ່​ຄົນເບັນ­ຢາ­ມິນ​, ເພາະ­ວ່າ​ພວກ­ເຂົາ​ວາງ­ໃຈ​ຄົນເຫລົ່ານັ້ນທີ່ໄດ້​ຊຸ້ມ​ຢູ່​ອ້ອມ​ເມືອງ​ກີ­ເບ­ອາ. \v 37 ແລ້ວຄົນ­ທີ່​ຊຸ້ມ​ຢູ່​ກໍລຸກຂື້ນ, ແລະ​ຮີບ, ແລະພວກເຂົາໄດ້​ບຸກຂື້ນເຂົ້າ­ໄປ​ໃນ​ເມືອງ​ກີ­ເບ­ອາ ແລະພວກເຂົາໄດ້ຂ້າທຸກຄົນທີ່ອາໄສຢູ່ໃນເມືອງນັ້ນດ້ວຍດາບ. \v 38 ຄົນ​ອິດ​ສ​ະ​ຣາເອນ ກັບພວກຄົນ­ທີ່​ຊຸ້ມ​ຢູ່​ ໄດ້ນັດກັນໃນການ​ໃຫ້​ສັນ­ຍານ​ວ່າ ຖ້າ​ເຫັນ​ຄວັນ​ກ້ອນ​ໃຫຍ່​ພຸ່ງ­ຂຶ້ນ​ມາ​ຈາກ​ໃນ​ເມືອງນັ້ນ.