lo_jdg_text_ulb_l3/20/12.txt

1 line
1.5 KiB
Plaintext

\v 12 ເຜົ່າ​ຕ່າງໆຂອງຄົນ​ອິດ​ສ​ະ​ຣາເອນ​ກໍ​ສົ່ງ​ຄົນເຫລົ່ານັ້ນ​ໄປ​ທົ່ວ​ເຜົ່າຂອງ​ຄົນ​ເບັນ­ຢາ­ມິນທັງຫມົດ, ໄດ້​ບອກ​ວ່າ, “ພວກເຈົ້າໄດ້ເຮັດເລື່ອງຊົ່ວຮ້າຍແບບນີ້ແນວໃດ? \v 13 ດ້ວຍເຫດ​ນັ້ນ, ​ຈົ່ງ​ມອບ​ຊາຍ​ຄົນ​ຊົ່ວ­ຮ້າຍ​ທັງ­ຫລາຍ​ນັ້ນ​ໃນ​ເມືອງ​ກີ­ເບ­ອາ​ດມາ​ໃຫ້​ເຮົາ, ເພື່ອພວກເຮົາຂ້າພວກເຂົາຖີ້ມ ແລະ ເພື່ອ­ພວກເຮົາເອົາຄວາມ​ຊົ່ວ​ອອກ​ໄປ​ຈາກ​ຄົນ​​ອິດ​ສ​ະ​ຣາເອນ”. ແຕ່​ຄົນ​ເບັນ­ຢາ­ມິນ​ບໍ່­ຍອມ​ຟັງ­ສຽງ​ຄົນ​ອິດ​ສ​ະ​ຣາເອນ​ພີ່­ນ້ອງ​ຂອງ­ຕົນ. \v 14 ຈາກນັ້ນຄົນ​ເບັນ­ຢາ­ມິນ​ກໍ​ອອກ​ມາ​ຈາກ​ບັນ­ດາ​ຫົວ​ເມືອງຕ່າງໆມາລວມຕົວກັນທີ່ເມືອ​ກີ­ເບ­ອາດ ເພື່ອ​ພ້ອມ​ກັນທີ່ຈະສູ້ຮົບກັບ​ຄົນ​​ອິດ​ສ​ະ​ຣາເອນ.