1 line
1.9 KiB
Plaintext
1 line
1.9 KiB
Plaintext
\v 27 ຄົນເຜົ່າດ່ານ ນຳເອົາສິ່ງທີ່ມີກາສ້າງຂຶ້ນ, ແລະ ນຳປະໂລຫິດຂອງລາວມານຳ, ແລະ ພວກເຂົາກໍເດີນທາງມາຮອດລາອິດ ມາເຖິງປະຊາຊົນທີ່ຢູ່ຢ່າງສະຫງົບສຸກ ແລະ ບໍ່ມີຄວາມກັງວົນ, ແລະພວກເຂົາໄດ້ຂ້າຄົນເຫລົ່ານັ້ນດ້ວຍຄົມດາບ ແລະເອົາໄຟເຜົາເມືອງຖິ້ມ. \v 28 ບໍ່ມີຜູ້ໃດມາຊ່ວຍພວກເຂົາ ເພາະວ່າພວກເຂົາຢູ່ໄກຈາກເມືອງຊີໂດນ, ແລະ ພວກເຂົາບໍ່ໄດ້ພົວພັນກັບຄົນອື່ນເລີຍ. ເມືອງນີ້ເປັນຢູ່ໃນຮ່ອມພູເຂົາຊຶ່ງຢູ່ໃກ້ກັບເມືອງເບັດເຣໂຮບ. ຄົນດານ ກໍສ້າງເມືອງຂຶ້ນໃຫມ່ ແລະ ອາໃສຢູ່ບ່ອນນັ້ນ. \v 29 ພວກເຂົາຕັ້ງຊື່ເມືອງນັ້ນວ່າດານ, ຕາມຊື່ຂອງດານທີ່ເປັນບັນພະບູຣຸດຂອງພວກເຂົາ, ຜູ້ຊຶ່ງຫນຶ່ງໃນບັນດາລູກຊາຍຂອງອິສະຣາເອນ. ແຕ່ເມືອງນີ້ເຄີຍມີຊື່ວ່າເມືອງລາອິດ. |