lo_jdg_text_ulb_l3/18/24.txt

1 line
1.6 KiB
Plaintext

\v 24 ມີກາ​ຕອບ​ພວກເຂົາວ່າ “ພວກເຈົ້າ​ໄດ້ລັກ​ພຣະຕ່າງໆ​ຂອງ​ຂ້ອຍ ​ຊຶ່ງ​ຂ້ອຍ​ສ້າງ​ຂຶ້ນ, ແລະ​ພວກເຈົ້ານຳ​ປະ­ໂລ­ຫິດ​ຂອງຂ້ອຍໄປ, ແລະພວກເຈົ້າກຳລັງຈະໄປ.ຂ້ອຍຈະມີຫຍັງເຫລືອຢູ່ບໍ? ພວກເຈົ້າຍັງຈະຖາມຂ້ອຍໄດ້ແນວໃດ, ‘ແມ່ນຫຍັງທີ່ເຮັດໃຫ້ພວກເຈົ້າຫຍຸ້ງຍາກ?’”. \v 25 ຄົນ​ດານ​ຈຶ່ງ​ຕອບ​ລາວ​ວ່າ, “ເຈົ້າຢ່າ​ເວົ້າຫຍັງໃຫ້​ພວກເຮົາ​ໄດ້­ຍິນ​​ອີກ, ຖ້າບໍ່ດັ່ງນັ້ນ ມີບາງຄົນທີ່ກຳລັງໃຈຮ້າຍຫລາຍ ກໍ​ຈະ​ໄປ​ຕີ​ເຈົ້າ, ແລະເຈົ້າພ້ອມ​ຄອບ­ຄົວ​ຂອງ​ເຈົ້າ​ ກໍ​ຈະຖືກຂ້າຖີ້ມ.” \v 26 ແລ້ວ​ຄົນ​ດານ​ກໍໄດ້ເດີນທາງ​ຕໍ່­ໄປຕາມທາງຂອງພວກເຂົາ. ເມື່ອ​ມີ­ກາ​ເຫັນ​ວ່າ​ພວກ­ເຂົາ​ເຫລົ່າ­ນັ້ນ​ມີ​ກຳ­ລັງ​ຫລາຍ­ກວ່າລາວຫລາຍ, ແລະຈຶ່ງ​ຫັນ​ກັບ ແລະໄດ້ກັບໄປ​ເຮືອນ​ຂອງຕົນ.