lo_jdg_text_ulb_l3/16/23.txt

1 line
1.3 KiB
Plaintext

\v 23 ສ່ວນຜູ້ປົກຄອງຂອງ​ຟີ­ລິດ­ສະ­ຕິນ​ໄດ້ເຕົ້າໂຮມກັນເພື່ອຖວາຍເຄື່ອງບູຊາອັນຍິ່ງໃຫ່ຍແດ່ພຣະ​​ດາ­ໂກນ, ພຣະ​ຂອງ​ພວກ­ເຂົາ​, ແລະພວກເຂົາຊື່ນຊົມຍິນດີ, “ພຣະ​ຂອງ​ພວກ­ເຮົາ​ໄດ້ເອົາ​ຊະ­ນະ​ແຊມ­ຊັນ, ສັດ­ຕຣູ​ຂອງ​ພວກເຮົາ., ແລະໄດ້ວາງລາວຢູ່ໃນກຳມືຂອງພວກເຮົາ”. \v 24 ເມື່ອ​ປະ­ຊາ­ຊົນ​ໄດ້ເຫັນ​ແຊມ­ຊັນ, ພວກ­ເຂົາ​ກໍ​ສັນ­ຣະ­ເສີນ​ພຣະ​ຂອງ​ເຂົາ​, ແລະເວົ້າວ່າ, “ພຣະ​ຂອງ​ພວກ­ເຮົາ​ໄດ້​ໃຫ້​ພວກ­ເຮົາ​ຊະ­ນະ​ສັດ­ຕຣູ​ຂອງ​ພວກ­ເຮົາ, ແລະໄດ້ມອບລາວໃຫ້ແກ່ພວກເຮົາ, ​ຜູ້​ທຳ­ລາຍ​ປະເທດຂອງພວກເຮົາ, ຜູ້ທີ່ຂ້າ​ພວກ­ເຮົາ​ຫລາຍ​ຄົນ.”