lo_jdg_text_ulb_l3/16/13.txt

1 line
1.5 KiB
Plaintext

\v 13 ແລ້ວ​ນາງ​ເດ­ລີ­ລາ​ໄດ້​ຖາມ​ແຊມ­ຊັນ​ວ່າ, “ຈົນເຖິງດຽວນີ້ ເຈົ້າ​ຍັງ​ລໍ້­ລວງ​ຂ້ອຍ ແລະ​ເວົ້າຕົວະ​ຂ້ອຍ​ອີກ. ຂໍ​ເຈົ້າ​ຈົ່ງ​ບອກ​ຂ້ອຍ​ວ່າ ເຈົ້າມີກຳລັງມະຫາສານໄດ້ແນວໃດ?”. ແຊມ­ຊັນ​ຈຶ່ງ​ບອກ​ວ່າ, “ຖ້າ​ເຈົ້າ​ເອົາ­ຜົມ​ເຈັດ​ປອຍຂອງ​ຂ້ອຍ​​ໄປ​ຕ່ຳ​ໃນ​ຫູກ​ແລະ​ຖົກ​ຟືມ​ໃຫ້​ແຫນ້ນ, ແລ້ວ​ຂ້ອຍ​ຈະ​ກາຍ­ເປັນ​ຄົນ​ອ່ອນ­ແອ​ເຫມືອນຄົນ​​ອື່ນ.” \v 14 ໃນະຂະນະທີ່ລາວນອນ, ນາງ​ເດ­ລີ­ລາ​ ແລ້ວກໍ​ເອົາ­ຜົມ​​ເຈັດ​ປອຍ​ຂອງ​ລາວ ໄປ​ຕ່ຳ​ໃນ​ຫູກ, ແລະ​ຖົກ​ຟືມ​ໃຫ້​ແຫນ້ນ, ແລະນາງ​ກໍເວົ້າກັບລາວ​ວ່າ, “ແຊມ­ຊັນ! ພວກ​ຟີ­ລິດ­ສະ­ຕິນ​ມາຫາເຈົ້າແລ້ວ”. ລາວຈຶ່ງຕື່ນຂື້ນຈາກຫລັບ ແລະຖອດ​ຟືມ ແລະ​ດຶງ​ເຄືອ​ອອກຈາກຫູກນັ້ນ.