lo_jdg_text_ulb_l3/15/17.txt

1 line
999 B
Plaintext

\v 17 ເມື່ອ ແຊມ­ຊັນໄດ້ກ່າວຈົບແລ້ວ, ລາວ​ກໍ​ແກວ່ງ​ກະ­ດູກ​ລໍ​ຖິ້ມ, ແລະລາວໄດ້ເອີ້ນສະຖານທີ່ນັ້ນ​­ວ່າ ພູ​ກະ­ດູກ​ຄາງ​ລໍ. \v 18 ຕໍ່​ມາ ແຊມ­ຊັນ​ຫິວ​ນ້ຳ​ຫລາຍ, ແລະລາວ​ຈຶ່ງ​ຮ້ອງ​ທູນ​ຕໍ່​ພຣະ­ຢາເວ​ວ່າ, “ພຣະ­ອົງ​ຊົງ​ມອບໄຊ­ຊະ­ນະ​ອັນ­ຍິ່ງ­ໃຫຍ່​ໃຫ້​ແກ່​ຂ້າ­ນ້ອຍ.­ນີ້​ຂ້າ­ນ້ອຍຈະ​ຕາຍ​ຢູ່​ແລ້ວໂດຍ​ຫິວ​ນ້ຳ​ ແລະ​​ຕົກ​ຢູ່­ໃນ​ກຳ­ມື​ຂອງ​ພວກ​ຄົນ​ທີ່​ຍັງ​ບໍ່​ທັນ​ໄດ້­ຮັບ​ພິ­ທີ­ຕັດ​​ບໍ?”