lo_jdg_text_ulb_l3/13/12.txt

1 line
1.3 KiB
Plaintext

\v 12 ດັ່ງນັ້ນ ມາໂນອາ​ຈຶ່ງ​ເວົ້າ​ວ່າ, “ບັດນີ້ ຂໍໃຫ້ຖ້ອຍຄຳຂອງ​ທ່ານ­ເປັນ​ຄວາມ­ຈິງ​ເຖີ້ນ. ຈະມີຂໍ້ປະຕິບັດໃດສຳລັບເດັກຄົນນີ້​ແລະ​ຈະ​ເຮັດ​ຫຍັງແດ່?”. \v 13 ທູດສະຫວັນຂອງ​ພຣະ­­ຢາເວ​ໄດ້​ຕອບ​ມາ­ໂນ­ອາ​ວ່າ, “ເມຍ​ຂອງ​ເຈົ້າ​ຕ້ອງ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ເຮົາ​ໄດ້​ບອກ​ລາວ​ນັ້ນຢ່າງລະມັດລະວັງ.” \v 14 ນາງຈະ​ກິນສິ່ງທີ່ມາຈາກ​ຕົ້ນ​ອະ­ງຸ່ນບໍ່ໄດ້, ແລະບໍ່​ໃຫ້ນາງ​ດື່ມ­​ເຫລົ້ານ້ຳ​ອະ­ງຸ່ນ ຫລືສິ່ງມືນເມົາ ແລະ​ຢ່າ​ກິນ​ອາ­ຫານ​ທີ່​ຫວງ​ຫ້າມ. ນາງ​ຈະຕ້ອງເຊື່ອຟັງ​​ທຸກ​ສິ່ງ​ຢ່າງ​ທີ່​ເຮົາ​ໄດ້​ບອກ​ນາງເຮັດ”.