lo_jdg_text_ulb_l3/10/15.txt

1 line
996 B
Plaintext

\v 15 ​ຄົນ​ອິ​ສ​ະ​ຣາເອນໄດ້ກາບ​ທູນ​ຕໍ່ພຣະ­­ຢາເວ​ວ່າ, “ພວກຂ້າ​ນ້ອຍ​ທັງ­ຫລາຍ ​ໄດ້​ເຮັດ​ບາບ​ແລ້ວ. ຂໍ​ພຣະ­ອົງຊົງ​ເຮັດ​ແກ່ພວກຂ້ານ້ອຍຕາມ​ທີ່​ພຣະ­ອົງ​ເຫັນ​ດີເຖີ້ນ. ແຕ່ຂໍຊົງໂຜດຊ່ວຍພວກເຮົາໃນມື້ນີ້ເຖີ້ນ”. \v 16 ພວກ­ເຂົາ​ ໄດ້ກຳຈັດ​ພຣະ​ຕ່າງດ້າວຕ່າງໆ ທີ່ຢູ່ທ່າມກາງພວກເຂົາອອກໄປ ແລະ​ນະມັດສະການ​ພຣະ­­ຢາເວ. ຝ່າຍ​ພຣະ­ອົງ​ຊົງທຸກ​ຮ້ອນ​ໃຈ ​ດ້ວຍ​ຄວາມ­ທຸກ​ຍາກ​ຂອງ​​ອິ​ສ​ະ​ຣາເອນ.