1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 48 ອາບີເມເຫລັກໄດ້ຂຶ້ນໄປເທິງພູເຂົາຊານໂມນ, ລາວ ແລະ ຄົນທັງຫມົດທີ່ຢູ່ກັບລາວ. ອາບີເມເຫລັກຖືຂວານອັນຫນຶ່ງ ແລະຕັດກິ່ງໄມ້. ລາວໄດ້ວາງມັນໃສ່ບ່າແບກມາ ແລະສັ່ງພວກຄົນທີ່ມາກັບລາວວ່າ, " ສິ່ງທີ່ພວກເຈົ້າເຫັນຂ້ອຍເຮັດ, ຈົ່ງຮີບຮ້ອນ ແລະ ເຮັດຕາມທີ່ຂອ້ຍເຮັດສາ”. \v 49 ດັ່ງນັ້ນ ທຸກຄົນກໍຕັດກິ່ງໄມ້ ແລະ ແບກຕາມອາບີເມເຫລັກ. ພວກເຂົາໄດ້ສຸມກິ່ງໄມ້ໄວ້ ທີ່ກຳແພງຂອງປ້ອມ, ແລະພວກເຂົາກໍຈຸດໄຟເຜົາປ້ອມນັ້ນ, ດັ່ງນັ້ນ ມີປະຊາຊົນທັງຫມົດຂອງຫໍຊີເຄມກໍຕາຍຫມົດ, ປະມານຫນຶ່ງພັນຄົນທັງຊາຍ ແລະຍິງ. |