lo_jdg_text_ulb_l3/07/02.txt

1 line
1.2 KiB
Plaintext

\v 2 ພຣະ­ຢາເວ​ຊົງກ່າວຕໍ່​ກີ­ເດ­ໂອນ​ວ່າ, “ມີທະຫານຫລາຍເກີນໄປສຳລັບເຮົາ ຈະໃຫ້ເຈົ້າມີໄຊ​ຊະ­ນະ​ເຫນືອຄົນ​ມີ­ດີ­ອານ, ເພື່ອທີ່ອິສະຣາເອນ ຈະບໍ່ອວດອ້າງເຮົາໄດ້ ໂດຍກ່າວ່າ '​ກຳ­ລັງ​ຂອງ​ພວກເຮົາ­ເອງ ໄດ້ຊ່ວຍພວກເຮົາໄວ້'. \v 3 ເພາະສະ­ນັ້ນ, ຈົ່ງ​ປະກາດໃຫ້​ປະ­ຊາ­ຊົນ​ໄດ້ຍິນດຽວນີ້ ແລະກ່າວວ່າ,' ຖ້າ​ຜູ້­ໃດທີ່​ຢ້ານກົວ, ຜູ້ໃດທີ່ສັ່ນສະເທືອນ, ຂໍໃຫ້ລາວກັບ​ຄືນ​ຈາກ​ພູ​ກິ­ເລ­ອາດ​ນັ້ນ​ເສຍ'. ” ດັ່ງ­ນັ້ນ​ຈຶ່ງ​ມີ​ຄົນຊາວ​ສອງ​ພັນ​ຄົນໄດ້ອອກໄປ, ແລະ​ຍັງ​ເຫລືອ​ພຽງ​ແຕ່​ຫມື່ນ​ຄົນ​ເທົ່າ​ນັ້ນ.