1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 17 ສ່ວນສີເສຣາ ໄດ້ແລ່ນຫນີໄປທີ່ຕູບຜ້າເຕັນຂອງນາງຢາເອນ ເມຍຂອງເຮເບຊາວເກນິດ, ເພາະວ່າມີຄວາມສະຫງົບສຸກລະຫວ່າງ ທ່ານຜູ້ນີ້ພ້ອມທັງຄອບຄົວເຄີຍຜູກສຳພັນກັບຢາບິນກະສັດແຫ່ງຮາໂຊ, ແລະ ວົງວານຂອງເຮເບຄົນເຄນີ. \v 18 ນາງຢາເອນໄດ້ອອກໄປພົບສີເສຣາ ແລະ ເວົ້າກັບລາວວ່າ, “ເຊີນຫັນມາທາງນີ້, ເຈົ້ານາຍຂອງຂ້ອຍ; ຫັນມາທາງຂ້ອຍ ແລະ ບໍ່ຕ້ອງຢ້ານຫຍັງເລີຍ”. ດັ່ງນັ້ນ ລາວຈ່ຶ່ງຫັນໄປຫານາງ ແລະ ເຂົ້າໄປໃນຕູບຜ້າເຕັນຂອງນາງ, ແລະ ນາງຈຶ່ງປົກຄຸມຕົວລາວດ້ວຍຜ້າຫົ່ມ. |