1 line
1.2 KiB
Plaintext
1 line
1.2 KiB
Plaintext
\v 6 ນາງໄດ້ສົ່ງບາຣາກ ລູກຊາຍຂອງອາບີໂນອາມ ທີ່ມາຈາກເມືອງເກເດັດໃນແຂວງເນັບທາລີ . ນາງກ່າວວ່າ, “ພຣະຢາເວ, ພຣະເຈົ້າຂອງອິສະຣາເອນ, ໄດ້ຊົງສັ່ງແກ່ເຈົ້າວ່າ, ຈົ່ງໄປທີ່ພູຕາໂບ, ແລະ ເກນເອົາພວກຜູ້ຊາຍສິບພັນຄົນຈາກເມືອງເນັບທາລີ ແລະ ເຊບູໂລນ ໄປກັບພວກເຈົ້າ. \v 7 ສ່ວນເຮົາຈະເຮັດໃຫ້ສີເສຣາ, ຜູ້ບັນຊາການແມ່ທັບຂອງຢາບິນ ມາພົບເຈົ້າຢູ່ແມ່ນໍ້າກີໂຊນ, ພ້ອມດ້ວຍລົດຮົບ ແລະ ກອງທັບຂອງທ່ານ, ແລະ ເຮົາຈະໃຫ້ໄຊຊະນະແກ່ເຈົ້າ.” |