1 line
1.4 KiB
Plaintext
1 line
1.4 KiB
Plaintext
\c 4 \v 1 ຫລັງຈາກເອຮຸດເສຍຊີວິດແລ້ວ, ຄົນອິສະຣາເອນກໍເຮັດສິ່ງທີ່ຊົ່ວຮ້າຍອີກຕໍ່ໄປໃນຕາຂອງພຣະຢາເວ. \v 2 ພຣະຢາເວ ໄດ້ຊົງຂາຍພວກເຂົາໄວ້ໃຕ້ອຳນາດຂອງຢາບິນກະສັດແຫ່ງການາອານ ທີ່ເປັນຜູ້ປົກຄອງຢູ່ໃນເມືອງຮາໂຊ. ຜູ້ບັນຊາແມ່ທັບຂອງເພິ່ນຊື່ວ່າ ສີເສຣາ,ແລະ ເພ່ິ່ນໄດ້ອາໄສຢູ່ເມືອງຮາໂຣເຊັດຂອງຄົນຕ່າງຊາດ. \v 3 ຄົນອິສະຣາເອນໄດ້ຮ້ອງຂໍ ຫາພຣະຢາເວ ເພື່ອຂໍຄວາມຊ່ວຍເຫລືອ, ເພາະວ່າ ສິເສຣາ ມີລົດຮົບເຫລັກເກົ້າຮ້ອຍຄັນ ແລະ ລາວໄດ້ບີບບັງຄັບຂົ່ມເຫັງຄົນອິສະຣາເອນດ້ວຍກຳລັງ ເປັນເວລາຊາວປີ. |