lo_jdg_text_ulb_l3/03/19.txt

1 line
1.4 KiB
Plaintext

\v 19 ເຖິງຢ່າງໃດກໍຕາມ ສຳລັບເອຮຸດ, ເມື່ອລາວ​​ໄປເຖິງສະຖານທີ່​ມີ​ຮູບ​ເຄົາ­ລົບ​ສະ­ຫລັກ​ທີ່­ຢູ່​ໃກ້​ກິນ­ການ, ລາວກໍຫັນກັບໄປ, ແລະ ລາວ​ທູນ​ວ່າ “ຂ້າແຕ່ກະສັດຂອງຂ້ານ້ອຍ, ຂ້ານ້ອຍມີ​​ຂໍ້ຄວາມ​ລັບ ​ທີ່​ຈະ​ກາບ​ທູນ​ໃຫ້​ຮູ້” ເອກ­ໂລນ​ຈຶ່ງ​ມີ​ບັນ­ຊາ​ວ່າ “ງຽບໆ!” ດັ່ງນັ້ນ ທຸກຄົນ​ທີ່​ເຝົ້າ​ຢູ່​ກໍ​ທູນ​ລາ​ອອກ​ໄປ​ຈາກຫ້ອງ. \v 20 ​ເອ­ຮຸດ​ກໍ​ເຂົ້າ­ໄປ​ເຝົ້າ​ເພິ່ນ. ຂະ­ນະ​ນັ້ນກະສັດ​ປະ­ທັບ​ຢູ່​​ອົງ​ດຽວ​ໃນ​ຫ້ອງ​ເຢັນ​ຂອງຊັ້ນ​ເທິງ. ​ເອ­ຮຸດ​ທູນ​ວ່າ “ຂ້າ­ນ້ອຍ​ມີ​ພຣະ­ຄຳ​ສັ່ງ​ຈາກ​ພຣະ­ເຈົ້າ​ຖວາຍ​ພຣະ​ອົງ” ກະສັດ​ຈຶ່ງ​ລຸກ­ຂຶ້ນ​ຈາກ​ພຣະ​ທີ່​ນັ່ງ.