Thu Oct 03 2019 22:39:33 GMT+0700 (SE Asia Standard Time)

This commit is contained in:
Vieng2019 2019-10-03 22:39:33 +07:00
parent 6eaa4dfc22
commit a2748bd169
4 changed files with 4 additions and 0 deletions

1
08/01.txt Normal file
View File

@ -0,0 +1 @@
\c 8 \v 1 ຄັນ​ຕໍ່​ມາ ພວກ​ເອຟຣາຢິມ​ໄດ້​ເວົ້າ​ຕໍ່​ກີ­ເດ­ໂອນ​ວ່າ, “ເວ­ລາ​ໄປ​ສູ້­ຮົບ​ພວກ​ມີ­ດີ­ອານ​ນັ້ນ ເປັນ­ຫຍັງ​ບໍ່​ເອີ້ນ​ເອົາ​ພວກ­ເຮົາ​ແດ່? ເປັນ­ຫຍັງ​ຈຶ່ງ​ເຮັດ​ກັບ​ພວກ­ເຮົາ​ແບບ​ນີ້?” ພວກ­ເຂົາ​ພາ­ກັນ​ຕໍ່­ວ່າ​ຕໍ່​ຂານ​ເລື່ອງ​ນີ້​ຢ່າງ​ແຂງແຮງ.

1
08/02.txt Normal file
View File

@ -0,0 +1 @@
\v 2 ແຕ່​ກີ­ເດ­ໂອນ​ບອກ​ພວກ­ເຂົາ​ວ່າ, “ໄຊ­ຊະ­ນະ​ຂອງ​ຂ້ອຍ​ນັ້ນ​ເມື່ອ​ປຽບ­ທຽບ​ກັບ​ສິ່ງ​ທີ່​ເຈົ້າ​ເຮັດ​ກໍ​ບໍ່­ມີ​ຫຍັງ​ໝົດ ແມ່ນ­ແຕ່​ການ​ເລັກ­ນ້ອຍ​ທີ່​ຊາວ​ເອຟຣາຢິມ​ໄດ້​ເຮັດ ກໍ​ມີ​ຄຸນ­ຄ່າ​ກວ່າ​ທຸກ​ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ມາ. \v 3 ພຣະ­ເຈົ້າ​ຊົງ​ມອບ​ໂອ­ເຣັບ ແລະ​ເຊ­ເອບ ຜູ້​ເປັນ​ເຈົ້າ​ນາຍ​ຂອງ​ຊາວ​ມີ­ດີ­ອານ​ໄວ້​ໃນ​ກຳ­ມື​ຂອງ​ພວກ​ເຈົ້າ ສິ່ງ​ທີ່​ຂ້ອຍ​ເຮັດ​ນັ້ນ ຈະ​ປຽບ­ທຽບ​ກັບ​ສິ່ງ​ທີ່​ພວກ​ເຈົ້າ​ເຮັດ​ໄດ້​ຢ່າງ­ໃດ” ເມື່ອ​ເພິ່ນ​ເວົ້າ​ດັ່ງ​ນັ້ນ­ແລ້ວ ພວກ­ເຂົາ​ກໍ​ເຊົາ​ຄຽດ.

1
08/04.txt Normal file
View File

@ -0,0 +1 @@
\v 4 \v 5 ກີ­ເດ­ໂອນ​ກັບ​ສາມ​ຮ້ອຍ​ຄົນ​ໄດ້​ພາ­ກັນ​ໄປ​ຮອດ​ແມ່­ນ້ຳ​ຢໍ­ແດນ ແລ້ວ​ກໍ​ຂ້າມ​ແມ່­ນ້ຳ​ຢໍ­ແດນ​ໄປ ພວກ­ເຂົາ​ມີ​ຄວາມ​ອິດ­ເມື່ອຍ​ອ່ອນ​ແຮງ​ລົງ ແຕ່​ກໍ​ຍັງ​ຂັບ­ໄລ່​ພວກ​ສັດ­ຕູ​ນັ້ນ​ໜີ​ໄປ​ໄດ້. ກີ­ເດ­ໂອນ​ໄດ້​ຮ້ອງ​ຂໍ​ຕໍ່​ຊາວ­ເມືອງ​ສຸກ­ໂກດ​ວ່າ, “ຂ້ອຍ​ຂໍ​ເຂົ້າ​ໃຫ້​ຄົນ​ຂອງ​ຂ້ອຍ​ກິນ​ແດ່ ເພາະ​ພວກ­ເຂົາ​ອິດ­ເມື່ອຍ​ຫລາຍ ຂ້ອຍ​ກຳ​ລົງ​ໄລ່​ຕິດ­ຕາມ​ເຊ­ບາ​ກັບ​ຊັນ­ມຸນ­ນາ ເຈົ້າ​ຊີ­ວິດ​ຂອງ​ພວກ​ມີ­ດີ­ອານ​ຢູ່.”

1
08/06.txt Normal file
View File

@ -0,0 +1 @@
ແຕ່​ພວກ­ຜູ້­ນຳ​ຂອງ​ເມືອງ​ສຸກ­ໂກດ​ເວົ້າ​ວ່າ, “ເຫດ​ໃດ​ພວກ­ຂ້ອຍ​ຈຶ່ງ​ຈະ​ຕ້ອງ​ເອົາ​ອາ­ຫານ​ໃຫ້​ທະ­ຫານ​ຂອງ​ເຈົ້າ​ກິນ ໃນ​ເມື່ອ​ເຈົ້າ​ຍັງ​ບໍ່​ທັນ​ຈັບ​ເຊ­ບາ ແລະ​ຊັນ­ມຸນ­ນາ​ໄດ້​ເທື່ອ.”