Sat Oct 05 2019 23:10:18 GMT+0700 (SE Asia Standard Time)

This commit is contained in:
Vieng2019 2019-10-05 23:10:19 +07:00
parent 7013b68922
commit 2eda455ad3
4 changed files with 8 additions and 0 deletions

2
16/15.txt Normal file
View File

@ -0,0 +1,2 @@
\v 15 ດັ່ງ­ນັ້ນ ນາງ​ເດ­ລີ­ລາ​ຈຶ່ງ​ເວົ້າ​ຕໍ່​ແຊມ­ຊັນ​ວ່າ, “ເປັນ­ຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ​ເຈົ້າ​ຮັກ​ຂ້ອຍ ໃນ​ເມື່ອ​ຈິດ­ໃຈ​ຂອງ​ເຈົ້າ​ບໍ່­ໄດ້​ຜູກ​ພັນ​ຢູ່​ກັບ​ຂ້ອຍ? ເຈົ້າ​ໄດ້​ລໍ້­ລວງ​ຂ້ອຍ​ເຖິງ​ສາມ​ເທື່ອ​ແລ້ວ ແລະ​ເຈົ້າ​ຍັງ​ບໍ່​ທັນ​ບອກ​ຂ້ອຍ​ເລີຍ​ວ່າ ດ້ວຍ​ເຫດ​ໃດ​ເຈົ້າ​ຈຶ່ງ​ມີ­ແຮງ​ຫລາຍ​ແທ້?
\v 16 ນາງ​ເດ­ລີ­ລາ​ໄດ້​ຖາມ​ຢູ່​ທຸກ​ມື້ ຈົນ​ແຊມ­ຊັນ​ເບື່ອ​ໜ່າຍ ແລະ​ຢາກ​ຈະ​ຕາຍ​ເສຍ​ຍ້ອນ​ການ​ຊູ​ຊີ​ຂອງ​ນາງ.

1
16/17.txt Normal file
View File

@ -0,0 +1 @@
\v 17 ຜົນ​ສຸດ­ທ້າຍ​ແຊມ­ຊັນ​ກໍ​ບອກ​ນາງ​ຕາມ​ຄວາມ­ຈິງ​ວ່າ, “ຂ້ອຍ​ບໍ່​ເຄີຍ​ຕັດ​ຜົມ​ຈັກ­ເທື່ອ ເພາະ­ວ່າ​ຕັ້ງ­ແຕ່​ຂ້ອຍ​ເກີດ​ມາ​ຂ້ອຍ​ໄດ້​ເປັນ​ຄົນ​ນາ­ຊີ­ຣີ​ທີ່​ອຸ­ທິດ​ຕົວ​ແດ່​ພຣະ­ເຈົ້າ ຖ້າ​ຂ້ອຍ​ຕັດ​ຜົມ ຂ້ອຍ​ຈະ​ຕ້ອງ​ສູນ­ເສຍ​ກຳ­ລັງ­ວັງ­ຊາ ແລະ​ຈະ​ກາຍ­ເປັນ​ຄົນ​ອ່ອນ­ແອ​ເໝືອນ​ດັ່ງ​ຄົນອື່ນໆ.

2
16/18.txt Normal file
View File

@ -0,0 +1,2 @@
\v 18 ເມື່ອ​ນາງ​ເດ­ລີ­ລາ​ແນ່​ໃຈ​ວ່າ​ແຊມ­ຊັນ​ໄດ້​ບອກ​ຄວາມ­ຈິງ ນາງ​ກໍ​ສົ່ງ​ຂ່າວ​ໄປ​ບອກ​ພວກ­ຜູ້­ນຳ​ຟີ­ລິດ­ສະ­ຕີນ​ວ່າ, “ເຊີນ​ກັບ​ມາ​ອີກ​ເທື່ອ​ໜຶ່ງ ເພາະ​ແຊມ­ຊັນ​ໄດ້​ບອກ​ຄວາມ­ຈິງ​ໃຫ້​ແກ່​ຂ້ອຍ​ແລ້ວ” ພວກ­ເຂົາ​ຈຶ່ງ​ພາ­ກັນ​ມາ​ພ້ອມ​ທັງ​ຖື​ເງິນ​ມາ​ພ້ອມ.
\v 19 ນາງ​ເດ­ລີ­ລາ​ໄດ້​ກ່ອມ​ແຊມ­ຊັນ​ນອນ​ເທິງ​ຕັກ​ຂອງ​ນາງ​ແລະ​ເອີ້ນ​ໃຫ້​ຜູ້​ໜຶ່ງ​ມາ​ຕັດ​ຜົມ­ຂອງ​ລາວ​ອອກ​ເຈັດ​ປອຍ ແລ້ວ​ນາງ​ໄດ້​ຊຸກ​ໃຫ້​ແຊມ­ຊັນ​ຕື່ນ ແຕ່​ລາວ​ບໍ່­ມີ​ແຮງ​ເສຍ​ແລ້ວ.

3
16/20.txt Normal file
View File

@ -0,0 +1,3 @@
\v 20 \v 21 ນາງ​ເດ­ລີ­ລາ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ແຊມ­ຊັນ ພວກ​ຟີ­ລິດ­ສະ­ຕີນ​ມາ!” ແຊມ­ຊັນ​ໄດ້​ລຸກ­ຂຶ້ນ ແລະ​ຄິດ­ວ່າ, “ຂ້ອຍ​ຈະ​ຕ້ອງ​ໄປ​ໄດ້​ສະ­ບາຍ​ເໝືອນ​ດັ່ງ​ແຕ່­ກ່ອນ” ລາວ​ບໍ່​ຮູ້​ເລີຍ​ວ່າ ພຣະ­ຜູ້­ເປັນ­ເຈົ້າ​ບໍ່​ຊົງ​ສະ­ຖິດ​ຢູ່​ກັບ​ລາວ​ແລ້ວ.
21 ຕໍ່​ມາ ພວກ​ຟີ­ລິດ­ສະ­ຕີນ​ໄດ້​ຈັບ​ແຊມ­ຊັນ ແລະ​ເຈາະ​ໜ່ວຍ​ຕາ​ທັງ​ສອງ​ຂອງ​ລາວ​ອອກ ພວກ­ເຂົາ​ໄດ້​ນຳ​ລາວ​ໄປ​ເມືອງ​ຄາ­ຊາ ແລະ​ໂສ້​ທອງ​ຜູກ​ລາວ​ໄວ້ ລາວ​ຖືກ​ພວກ­ເຂົາ​ບັງ­ຄັບ​ໃຫ້​ໂມ້​ແປ້ງ​ຢູ່­ໃນ​ຄຸກ.
\v 22 22 ສ່ວນ​ຜົມ­ຂອງ​ລາວ​ໄດ້​ເລີ້ມ​ປົ່ງ​ຂຶ້ນ​ຄືນ​ອີກ.