3 lines
1.3 KiB
Plaintext
3 lines
1.3 KiB
Plaintext
|
\v 10 ຕໍ່ມາ ນາງເດລີລາໄດ້ເວົ້າຕໍ່ແຊມຊັນອີກວ່າ, “ເຈົ້າໄດ້ລໍ້ລວງຂ້ອຍ ແລະເວົ້າຕົວະຂ້ອຍ ສະນັ້ນ ຂໍໃຫ້ເຈົ້າບອກຂ້ອຍແດ່ວ່າ ລາວຈະຕ້ອງມັດເຈົ້າດ້ວຍວິທີໃດ?”
|
||
|
\v 11 “ຖ້າລາວມັດຂ້ອຍດ້ວຍເຊືອກໃໝ່ທີ່ຍັງບໍ່ທັນໃຊ້ ຂ້ອຍຈະເປັນຄົນອ່ອນແອເໝືອນຄົນອື່ນໆ.”
|
||
|
\v 12 ນາງເດລີລາຈຶ່ງເອົາເຊືອກໃໝ່ນັ້ນມາມັດລາວ ແລະຮ້ອງຂຶ້ນວ່າ, “ແຊມຊັນ ພວກຟີລິດສະຕີນມາ!” ແຊມຊັນກໍດຶງເຊືອກນັ້ນຂາດເໝືອນດຶງເສັ້ນດ້າຍ ສ່ວນພວກທີ່ຄອຍຖ້ານັ້ນຢູ່ໃນຫ້ອງອື່ນ.
|