\v 24 ດ່ັງນັ້ນ ຄົນອິດສະຣາເອນຈຶ່ງໄດ້ໄປສູ້ຮົບກັບພວກທະຫານຂອງເບັນຢາມິນໃນມື້ທີສອງ. \v 25 ແລະໃນມື້ທີສອງນັ້ນ, ຄົນເບັນຢາມິນກໍຍົກທັບອອກໄປຈາກກີເບອາ ແລະພວກເຂົາໄດ້ຂ້າຄົນອິດສະຣາເອນໄປຫນຶ່ງຫມື່ນແປດພັນຄົນ. ຊຶ່ງທຸກຄົນລ້ວນເປັນຄົນຊຳນານໃນການສູ້ຮົບດ້ວຍດາບ.