lo_jas_tn_l3/01/22.txt

6 lines
2.6 KiB
Plaintext

[
{
"title": "ເປັນຜູ້ປະຕິບັດຕາມພຣະທຳ, ຢ່າຫລອກລວງຕົວເອງ, ຜູ້ໃດ ທີ່ເປັນຜູ້ຟັງພຣະທຳແລ້ວ ແຕ່ບໍ່ເປັນຜູ້ເຮັດຕາມ, ລາວກໍເປັນດັ່ງຄົນທີ່ແຍງແວ່ນ ເບິ່ງເຫັນໜ້າຂອງຕົນເອງຕາມທຳມະຊາດ, ເຂົາແຍງເບິ່ງຕົນເອງ ແລ້ວກໍອອກໄປແລ້ວ ແລະ ກໍລືມໃນທັນທີນັ້ນ ໂລດວ່າຕົນເອງໄດ້ເປັນຄືຢ່າງໃດ, ຜູ້ໃດທີ່ພິຈາລະນາເບິ່ງຢ່າງລະມັດລະວັງໃນກົດບັນຍັດ ອັນຄົບຖ້ວນ, ກົດບັນຍັດອັນຄົບຖ້ວນແຫ່ງອິດສະລະພາບ, ຊາຍຄົນນີ້ຈະໄດ້ຮັບພຣະພອນໃນການກະທຳຂອງພວກເຂົາ.",
"body": "ຜູ້ທີ່ປະຕິບັດຕາມພຣະທຳ. ໝາຍວ່າເຂົາເປັນຜູ້ທີ່ເຊື່ອຟັງຄວາມພຣະຄຳສັ່ງທັງໝົດດຂອງພຣະເຈົ້າ. (See: figs_metonymy)\nຄຳວ່າ, ການຫລອກລວງຕົວເອງ. ໝາຍເຖີງ, \"ການຂີ້ຕົວະຕົວເອງຫລືເຮັດໃຫ້ຕົວເອງໂງ່.\"\nຜູ້ໃດທີ່ເປັນຜູ້ຟັງພຣະທຳແລ້ວ ແຕ່ບໍ່ເຮັດຕາມ, ລາວກໍເປັນດັ່ງຄົນທີ່ແຍງແວ່ນ ແລະກໍລືມວ່າຕົນເອງເປັນຈັ່ງໃດ. (See: figs_simile)\nທຳມະຊາດໃບໜ້າຂອງລາວ, ໜ້າຕາທີ່ເປັນຂອງລາວເອງ.\nລາວເບີ່ງໜ້າຂອງຕົນເອງໃນແວ່ນແລະກໍຫລົງລືມໄປ. ປຽບເໝືອນກັບຄົນທີ່ໄດ້ຍິນໄດ້ຟັງພຣະຄຳພຣະເຈົ້າແລະລືມໄປເສຍວ່າຕົນເອງໄດ້ຍິນອິຫຍັງ.\nຊາຍຄົນນີ້ຈະໄດ້ຮັບພອນໃນທຸກການກະທຳຂອງລາວ. ອາດຈະແປໄດ້ອີກວ່າ: \"ພຣະເຈົ້າຈະອວຍພອນຄົນທີ່ເຊື່ອແລະຟັງພຣະບັນຍັດຂອງພຣະອົງ\" (See: figs_activepassive) "
}
]