lo_jas_tn_l3/05/19.txt

22 lines
4.2 KiB
Plaintext

[
{
"title": "ພີ່ນ້ອງທັງຫລາຍຂອງເຮົາເອີຍ",
"body": "\"ເພື່ອນຮ່ວມຄວາມເຊື່ອ\" (ເບິ່ງເພິ່ມເຕີມ: figs_gendernotations)"
},
{
"title": "ຖ້າຄົນ ໃດໃນພວກເຈົ້າຫລົງຜິດໄປຈາກຄວາມຈິງ, ແລະ ຖ້າຜູ້ໃດເຮັດໃຫ້ຄົນນັ້ນຕ່າວຄືນມາອີກ, 20 ຜູ້ນັ້ນຄວນຮູ້ວ່າ ຜູ້ໃດກໍຕາມທີ່ເຮັດໃຫ້ຄົນບາບຄົນໜຶ່ງ",
"body": "ຜູ້ທີ່ເຊື່ອໄດ້ເຊົາເຊື່ອວາງໃຈໃນພຣະເຈົ້າແລະເຊື່ອຟັງພຣະອົງຖືກກ່າວເຖິງຄືກັບວ່າລາວເປັນແກະເສຍ ໄປຈາກຝູງແກະ. ຄົນທີ່ຊັກຊວນລາວໃຫ້ກັບມາໄວ້ວາງໃຈໃນພຣະເຈົ້າອີກເທື່ອ ແມ່ນເວົ້າເຖິງວ່າລາວເປັນຜູ້ລ້ຽງທີ່ໄປຊອກຫາແກະທີ່ເສຍໄປ. ອາດແປໄດ້ອີກວ່າ: \"ທຸກຄັ້ງທີ່ທຸກຄົນຢຸດເຊື່ອຟັງພຣະເຈົ້າ, ແລະບຸກຄົນອື່ນຊ່ວຍລາວໃຫ້ເລີ່ມເຊື່ອຟັງອີກເທື່ອຄັ້ງ\" (ເບິ່ງເພິ່ມເຕີມ: figs_metaphor)"
},
{
"title": "ຜູ້ໃດກໍຕາມທີ່ເຮັດໃຫ້ຄົນບາບຄົນຫນຶ່ງຕ່າວຄືນມາຈາກທາງຜິດຂອງເຂົານັ້ນ......ທັງໃຫ້ຄວາມຜິດບາບຈຳນວນຫລວງຫລາຍໄດ້ຮັບການອະໄພ",
"body": "ຢາໂກໂບ ຫມາຍຄວາມວ່າພຣະເຈົ້າຈະໃຊ້ການກະທຳ ຂອງຄົນນີ້ເພື່ອຊັກຊວນຄົນບາບໃຫ້ກັບໃຈແລະລອດ. ແຕ່ຢາໂກໂບເວົ້າຄືກັບວ່າມັນແມ່ນຄົນອື່ນນີ້ທີ່ໄດ້ຊ່ວຍຊີວິດຄົນບາບໃຫ້ລອດຈາກຄວາມຕາຍ. (ເບິ່ງເພິ່ມເຕີມ: figs_metonymy)"
},
{
"title": "ໃຫ້ພົ້ນຈາກຄວາມຕາຍ, ແລະ ທັງໃຫ້ຄວາມຜິດບາບຈຳນວນຫລວງຫລາຍໄດ້ຮັບການອະໄພ.",
"body": "ໃນນີ້“ ຄວາມຕາຍ” ຫມາຍເຖິງຄວາມຕາຍທາງວິນຍານ, ການແຍກຈາກພຣະເຈົ້າໃນນິລັນດອນ. ອາດແປໄດ້ອີກວ່າ: \"ຈະຊ່ວຍລາວໃຫ້ພົ້ນຈາກຄວາມຕາຍທາງວິນຍານ, ແລະພຣະເຈົ້າຈະໃຫ້ອະໄພຄົນບາບ ສຳລັບບາບທັງ ປວງຂອງລາວ\" (ເບິ່ງເພິ່ມເຕີມ: figs_synecdoche)"
},
{
"title": "ທັງໃຫ້ຄວາມຜິດບາບຈຳນວນຫລວງຫລາຍໄດ້ຮັບການອະໄພ.",
"body": "ຄວາມຫມາຍ ທີ່ເປັນໄປໄດ້ແມ່ນ 1) ຜູ້ທີ່ນຳນ້ອງຊາຍທີ່ບໍ່ເຊື່ອຟັງຄືນມາບາບຂອງລາວຈະໄດ້ຮັບການໃຫ້ອະໄພບາບ ຫລື 2) ນ້ອງຊາຍທີ່ບໍ່ເຊື່ອຟັງ, ເມື່ອລາວກັບມາຫາພຣະຜູ້ເປັນເຈົ້າ, ຈະໄດ້ຮັບການໃຫ້ອະໄພບາບຂລາວ. ບາບຖືກກ່າວເຖິງຄືກັບວ່າພວກມັນເປັນວັດຖຸທີ່ພະເຈົ້າສາມາດປົກປິດເພື່ອລາວຈະບໍ່ເຫັນພວກເຂົາ, ເພື່ອລາວຈະໃຫ້ອະໄພພວກເຂົາ. (ເບິ່ງເພິ່ມເຕີມ: figs_metaphor)"
}
]